ລັດຖະມົນຕີກະຊວງວັດທະນະທຳກິລາແລະທ່ອງທ່ຽວຫວຽດນາມຮັບຫລຽນໄຊມິດຕະພາບສະຫະພັນລັດເຊຍ

ລັດຖະມົນຕີກະຊວງວັດທະນະທຳກິລາແລະທ່ອງທ່ຽວຫວຽດນາມຮັບຫລຽນໄຊມິດຕະພາບສະຫະພັນລັດເຊຍ - ảnh 1
ທ່ານ Kostantin Vasillievich Vnukov, ເອກ​ອັດ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ປະ​ດັບ​ຫລຽນ​ໄຊມິດ​ຕະ​ພາບ​ ໃຫ້​ທ່ານ​ລັດ​ຖະ​ມົນ​ຕີ
ຮ່​ວາງ​ຕວນ​ແອງ
ພາບ:vtv.vn

(vovworld)- ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫ​ລີມ​ສະ​ຫລອງ​ 25 ປີ​ແຫ່ງ​ວັນ​ຊາດ​ສະ​ຫະ​ພັນ​ລັດ​ເຊຍ, ຕອນ​ຄ່ຳ​ວັນ​ທີ 11/6 ຢູ່ ຮ່າ​ໂນ້ຍ, ທ່ານ Kostantin Vasillievich Vnukov, ເອກ​ອັດ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ປະ​ຈຳ​ຫວຽດ​ນາມ ໄດ້​ຮັບ​ການມອບ​ສິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ປະ​ດັບ​ຫລຽນ​ໄຊ​ມິດ​ຕະ​ພາບ​ຂອງ​ສະ​ຫະ​ພັນ​ລັດ​ເຊຍ ໃຫ້​ທ່ານ​ລັດ​ຖະ​ມົນ​ຕີ​ວ່​າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ຮ່​ວາງ​ຕວນ​ແອງ ແລະ ທ່ານ​ຟ້າມ​ຊວນ​ເຊີນ, ຮອງ​ຫົວ​ຫນ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ພົ​ວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ. ນີ້​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂັ້ນ​ລັດ​ຖະ​ບານ ລັດ​ເຊຍ ມອບ​ໃຫ້​ບັນ​ດາ​ສ່ວນ​ບຸກ​ຄົນ​ທີ່​ມີ​ການ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ສ​ະ​ຫະ​ພັນ​ລັດ​ເຊຍ. ນະ​ພິ​ທີ​​, ທ່ານ Kostantin Vasillievich Vnukov, ເອກ​ອັດ​ຄະ​ລັດ​ຖະ​ທູດ ລັດ​ເຊຍ ປະ​ຈຳ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ວ່າ: ຍາມ​ໃດ​ລັດ​ເຊຍ ກໍ​ພ້ອມ​ແລ້ວ​ຊ່ວຍ​ເຫລືອ, ຮ່ວມ​ມື​ກັບ​ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຍາວ​ນານ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຕວນ​ແອງ ຢືນ​ຢັນ: ຫວຽດ​ນາມ ຍາມ​ໃດ​ກໍ​ເຄົາ​ລົບ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ​ລັດ​ເຊຍ ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ລັດ​ເຊຍ.

ຂ່າວ/ບົດ​ອື່ນ