ລັດຖະມົນຕີກະຊວງສາທາລະນະສຸກເຮັດວຽກກັບຮ່າໂນ້ຍກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ທ່ານລັດຖະມົນຕີກະຊວງສາທາລະນະສຸກ ສະເໜີວ່າ, ຮ່າໂນ້ຍ ຕ້ອງເປີດກວ້າງເຂດກວດຫາເຊື້ອ, ເອົາແບບຢ່າງຂອງປະຊາຊົນທຸກຄົນ; ປະຊາຊົນໝົດທຸກຄົນຕ້ອງໃຊ້ຜ້າອັດປາກ-ອັດດັງ.
ລັດຖະມົນຕີກະຊວງສາທາລະນະສຸກເຮັດວຽກກັບຮ່າໂນ້ຍກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 - ảnh 1ທ່ານລັດຖະມົນຕີກະຊວງສາທາລະນະສຸກຫຽດນາມ ຫງວຽນແທັ່ງລອງ
(ພາບ: moh.gov.vn)

ວັນທີ 01 ກຸມພາ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັ່ງລອງ ແລະ ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈູງອັກແອັງ ໄດ້ເປັນປະທານຮ່ວມການເຮັດວຽກກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນບໍລິເວນນະຄອນ. ທ່ານລັດຖະມົນຕີ ຫງວຽນແທັ່ງລອງ ເນັ້ນໜັກວ່າ: ນະຄອນຫຼວງຮ່າໂນ້ຍ ຕ້ອງຍົກສູງລະດັບຮັບມືກັບໂລກລະບາດ. ຖື F1 ແມ່ນຜູ້ສົງໄສຕິດເຊື້ອພະຍາດ; ປະຕິບັດການຕາມຫາເຊື້ອພ້ອມດຽວກັນກັບກໍລະນີ F1 ແລະ F2, ດຳເນີນການປິດລ້ອມເຂດມີຜູ້ຕິດເຊື້ອພະຍາດ ແລະ ຄ່ອຍໆເປີດການປິດລ້ອມພາຍຫຼັງມີຜົນວິໄຈເຊື້ອພະຍາດເປັນລົບ. ທ່ານລັດຖະມົນຕີກະຊວງສາທາລະນະສຸກ ສະເໜີວ່າ, ຮ່າໂນ້ຍ ຕ້ອງເປີດກວ້າງເຂດກວດຫາເຊື້ອ, ເອົາແບບຢ່າງຂອງປະຊາຊົນທຸກຄົນ; ປະຊາຊົນໝົດທຸກຄົນຕ້ອງໃຊ້ຜ້າອັດປາກ-ອັດດັງ.

        ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອັກແອັງ ໃຫ້ຮູ້ວ່າ: ນະຄອນຫຼວງຈະຍົກລະດັບກຳລັງວິໄຈຫາເຊື້ອ, ເພີ່ມທະວີການລົງທຶນກຳລັງຄວາມສາມາດໃນການປິ່ນປົວພະຍາດ ເພື່ອສາມາດຄວບຄຸມສະພາບໂລກລະບາດໄດ້ໄວທີ່ສຸດ, ເດັດດ່ຽວສົມທົບກັບກະຊວງສາທາລະນະສຸກໃນວຽກງານວິໄຈຫາເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ