ລັດຖະມົນຕີການຕ່າງປະເທດ Armenia ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ລັດຖະມົນຕີການຕ່າງປະເທດ Armenia ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານລັດຖະມົນຕີການຕ່າງປະເທດ Armenia

(vovworld) - ວັນ​ທີ 24/2, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Armenia Edvard Nalbandian ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ. ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Armenia Edvard Nalbandian ​​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ, ​ເຂົ້າ​​ຂ່ຳ​ນັບສຸສານ​ປະທານ​ ​ໂຮ່ຈີ​ມິນ, ຢ້ຽມຢາມ ວັນ​ມ໋ຽວ - ກວກ​ຕື໊ຢາມ ​ແລະ ​ໂອ້​ລົມ​ກັບ​ນັກ​ສື​ກສາ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ. ທີ່​ການ​ເຈລະຈາ​ລະຫວ່າງລັດຖະມົນຕີ​ການ​ຕ່າງປະ​ເທດຂອງ 2 ປະ​ເທດ, 2 ຝ່າຍ​ໄດ້​​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຢູ່​ແຕ່ລະ​ປະ​ເທດ, ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ການ​ພົວພັນຮ່ວມ​ມື 2 ຝ່າຍ​ຫວຽດນາມ - Armenia. ລັດຖະມົນຕີ​ການ​ຕ່າງປະ​ເທດທັງ 2 ທ່ານ​ເຫັນ​ດີ​ເປັນ​ເອະ​ກະສັນ​ຫຼາຍ​ມາ​ດຕະການ​ລະອຽດ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ຫວຽດນາມ - Armenia ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້​ດີ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ