ລັດຖະມົນຕີການຕ່າງປະເທດ Pham Binh Minh ສິ້ນສຸດການຢ້ຽມຢາມ ສະຫະພັນລັດເຊຍ

ລັດຖະມົນຕີການຕ່າງປະເທດ Pham Binh Minh ສິ້ນສຸດການຢ້ຽມຢາມ ສະຫະພັນລັດເຊຍ  - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ Pham Binh Minh ແລະ ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergey Lavrov
(ພາບ: AFP)

(vovworld) - ວັນ​ທີ 3/7, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ໄດ້ສິ້ນ​ສຸດ​ການ​ຢ້ຽມຢາມ ສະຫະພັນ​ລັດ​ເຊຍ ​​ແຕ່​ວັນ​ທີ 29/6 – 3/7/2012 ຢ່າງ​ເປັນ​ທາງ​ການ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ໄດ້​ເຈລະຈາ ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັ​ດເຊຍ Sergey Lavrov, ພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີ Dmitry Rogozin, ຮອງ​ປະທານ​ຜູ້​ທີ່​ໜຶ່ງ Duma ​ແຫ່ງ​ຊາດ​ລັດ​ເຊຍ Ivan Melnhikov ​ແລະ ຜູ້​ວ່າການ​ນະຄອນ Saint – Peterburg Georgi Poltavchenko. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Pham Binh Minh ​ໄດ້​​ໄປວາງ​ພວງມາລາ​ຢູ່​ສຸສານ​ນັກ​ຮົບ​ນິລະນາມ, ອະ​ນຸສາ​ວາລີ ປະທານ​ໂຮ່ຈີ​ມິ​ນ ຢູ່​ນະຄອນຫຼວງ ​ມົ​ດສະ​ກູ, ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ, ພາລະ​ກອນ​ສະຖານ​ທູດ​ຫວຽດນາມ ປະຈຳ ສະຫະພັນ​ລັດ​ເຊຍ.

ທີ່​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີສະຫະພັນ​ລັດ​ເຊຍ Dmitry Rogozin, ທ່ານ Dmitry Rogozin ຢືນຢັນ​ວ່າ: ລັດ​ເຊຍ​ຈະ​ສືບ​ຕໍ່​ເພີ່​ມທະວີ​ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານກັບ ​ຫວຽດນາມ, ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ ນິນ​ທ້ວນ I ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ຄືບ​ໜ້າ ​ແລະ ຄຸ​ນນະພາ​ບ.

ທີ່​ການ​ພົບ​ປະ​ກັບ​ຮອງ​ປະທານ​ຜູ້​ທີ່ 1 Duma ​ແຫ່ງ​ຊາດ​ລັດ​ເຊຍ Ivan Melnhikov, ທ່ານ​ປະທານ Ivan Melnhikov ຢືນຢັນ​ວ່າ: Duma ​ແຫ່ງ​ຊາດ​ລັດ​ເຊຍ ຍາມ​ໃດ​ກໍ​ສະໜັບສະໜູນການ​​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມືຢ່າງ​ຮອບດ້ານ ຫວຽດນາມ - ສະຫະພັນ​ລັ​ດ​ເຊຍ, ພ້ອມ​ແລ​້ວທີ່​ຈະ​ໜູນ​ຊ່ວຍ​ລັດຖະບານ 2 ປະ​ເທດ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ແລ້ວ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ມີ​ໂຄງການ​ກໍ່ສ້າງ​ໂຮງງານ ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ທຳ​ອິດ​ຢູ່​ຫວຽດນາມ.

ທີ່​ການ​ເຈລະຈາ​ລະຫວ່າງ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພັນ ລັດ​ເຊຍ Sergey Lavrov, ລັດຖະມົນຕີ​ 2 ທ່ານ ຢືນຢັນວ່າ ລັດຖະບານ  2 ປະ​ເທດ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ນ້ຳມັນ​ອາຍ​ແກ​ສ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢູ່​ຫວຽດນາມ ​ແລະ ລັດ​ເຊຍ, ​ເປີດ​ກ້ວາງ​ອອກ​ສູ່ປະ​ເທດ​ທີ 3. 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ກໍ​ຄື​ບັນດາ​ການ​ຜັນ​ແປໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ, ຢືນຢັນ​ວ່າ​ທຸກ​ໆ​ການ​ພິພາດ​ກັນ​ຕ້ອງ​ໄດ້​ຮັບ​ການ​​ແກ້ໄຂ​ບົນ​ຫຼັກການ​ເຄົາລົບ​ກົດໝາຍ​ສາກົນ, ສົນ​ທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC), ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ມຸ້ງ​ໄປ​ເຖິງ​ການ​ສ້າງ​ຂໍ້ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື COC).

        ພາຍຫຼັງ​ການ​ເຈລະຈາ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ Pham Binh Minh ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພັນ ລັດ​ເຊຍ Sergey Lavrov ​ໄດ້​ລົງ​ນາມ​ໃນ​ແຜນການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ສະຫະພັນ ລັດ​ເຊຍ ​ໄລ​ຍະ 2013 – 2014.

 

ຂ່າວ/ບົດ​ອື່ນ