ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຍົກ​ເລີກ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ ຍີ່​ປຸ່ນ ຍ້ອນ​ບັນ​ຫາ ໄຕ້​ຫວັນ (ຈີນ)

(VOVWORLD) -ການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກັບຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານYoshimasa Hayashi ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 (AMM-55) ຢູ່ ພະນົມເປັນ, ປະເທດ ກຳປູເຈຍ ຖືກຍົກເລີກ ຍ້ອນຖະແຫຼງການຂອງ G7 ກ່ຽວກັບບັນຫາ ໄຕ້ຫວັນ (ຈີນ).
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຍົກ​ເລີກ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ ຍີ່​ປຸ່ນ ຍ້ອນ​ບັນ​ຫາ ໄຕ້​ຫວັນ (ຈີນ) - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: AFP)

ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນ, ທ່ານນາງ ຮວາຊວັນຫຍິງ ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຢັ້ງຢືນວ່າ ການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກັບຄູ່ຕຳແໜ່ງ ຍີ່ປຸ່ນ ທ່ານYoshimasa Hayashi ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 (AMM-55) ຢູ່ ພະນົມເປັນ, ປະເທດ ກຳປູເຈຍ ຖືກຍົກເລີກ ຍ້ອນຖະແຫຼງການຂອງ G7 ກ່ຽວກັບບັນຫາ ໄຕ້ຫວັນ (ຈີນ).

ກ່ອນໜ້ານັ້ນ, ວັນທີ 03 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ G7 ລວມມີ ການາດາ, ຝລັ່ງ, ເຢຍລະມັນ, ອີຕາລີ, ຍີ່ປຸ່ນ, ອັງກິດ ແລະ ອາເມລິກາ ໄດ້ອອກຖະແຫຼງການຮ່ວມຮຽກຮ້ອງໃຫ້ ຈີນ ແກ້ໄຂຄວາມເຄັ່ງຕຶງຢູ່ຊ່ອງແຄບທະເລ ໄຕ້ຫວັນ (ຈີນ) ໂດຍສັນຕິວິທີ, ພ້ອມທັງສະແດງຄວາມວິຕົກກັງວົນຕໍ່ການກະທຳນາບຂູ່ຫວ່າງມໍ່ໆມານີ້ຂອງ ຈີນ, ພິເສດແມ່ນການຊ້ອມຮົບ, ຍິງລູກປືນແທ້ ແລະ ການລົງໂທດດ້ານເສດຖະກິດ.

ກ່ຽວຂ້ອງເຖິງບັນຫານີ້, ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກໍໄດ້ອອກສຽງປະຕິເສດຖະແຫຼງການຂອງ G7.

ບິກທ້ວນ - ນັກຂ່າວ VOV ປະຈຳ ຈີນ. 

ຕອບກັບ

ຂ່າວ/ບົດ​ອື່ນ