ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມ EAS ແລະ PMC ອາຊຽນ - ອາເມລິກາ

(VOVWORLD) - ຜ່ານການໃຫ້ຄຳປຶກສາ, EAS ໄດ້ປະກອບສ່ວນຊຸກຍູ້ວັດທະນະທຳການພົບປະສົນທະນາ ແລະ ຮ່ວມມື, ເພີ່ມຄວາມຄ້າຍຄືກັນ, ຮັດແຄບຄວາມແຕກໂຕນກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ.
ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເຂົ້າຮ່ວມກອງປະຊຸມ EAS ແລະ PMC ອາຊຽນ - ອາເມລິກາ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)

        ຕອນເຊົ້າວັນທີ 14 ກໍລະກົດ, ຢູ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ໂດຍສືບຕໍ່ການເຂົ້າຮ່ວມກອງປະຊຸມ AMM – 56, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ບັນດາປະເທດເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ (EAS) ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ (PMC) ອາຊຽນ - ອາເມລິກາ.

        ກ່າວຄຳເຫັນທີ່ກອງປະຊຸມ EAS, ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ຜ່ານການໃຫ້ຄຳປຶກສາ, EAS ໄດ້ປະກອບສ່ວນຊຸກຍູ້ວັດທະນະທຳການພົບປະສົນທະນາ ແລະ ຮ່ວມມື, ເພີ່ມຄວາມຄ້າຍຄືກັນ, ຮັດແຄບຄວາມແຕກໂຕນກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດ. ທ່ານໄດ້ຕີລາຄາສູງຄຳໝັ້ນສັນຍາ ແລະ ການສະໜັບສະໜູນຂອງບັນດາຄູ່ຮ່ວມມືທີ່ສະຫງວນໃຫ້ແກ່ ອາຊຽນ.

        ເມື່ອຊົມເຊີຍໝາກຜົນການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ອາເມລິກາ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ອາຊຽນ ຈະສົມທົບກັບ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃຫ້ພັດທະນາຢ່າງແທດຈິງ, ບັນລຸປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ທີ່ບັນດາກອງປະຊຸມ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢືນຢັນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ສະເໜີໃຫ້ບັນດາຄູ່ຮ່ວມມື ສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນຄວາມມານະພະຍາຍາມລວມໂດຍ ອາຊຽນ ນຳພາ ໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ