ລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ຢ້ຽມຢາມ ສິງກາໂປ

ລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ຢ້ຽມຢາມ ສິງກາໂປ - ảnh 1
ທ່ານ ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິນ​ມິນ

(vovworld) - ວັນ​ທີ 5/3, ​ໃນ​ການ​ຢ້ຽມຢາມ ສິງ​ກາ​ໂປ ຢ່າງ​ເປັນ​ທາງ​ການ, ທ່ານ ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິນ​ມິນ ​ໄດ້​ມີ​ການ​ເຈລະຈາ ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສິງ​ກາ​ໂປ K.Sanmugam ​ແລະ ​ເຂົ້າ​ຢ້ຽມຂ່ຳນັບ​ທ່ານ​ນາຍົກລັດຖະມົນຕີ ສິງ​ກາ​ໂປ ຫຼີຊ່ຽນ​ຫຼົງ, ​ໄປ​ວາງ​ພວງມາລາ​ຢູ່​ອະນຸສາ​ວະລີປະທານ ​ໂຮ່ຈີ​ມິ​ນ ຢູ່ ຫໍພິພິດຕະພັນ​​ສີວິ​ໄລ​ອາຊີ ຂອງ ສິງ​ກາ​ໂປ.

        ​ໃນ​ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິນ​ມິນ, ທ່ານ​ນາຍົກລັດຖະມົນຕີ ຫຼີຊ່ຽນ​ຫຼົງ ຕີ​ລາຄາ​ສູງ​ເລື່ອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​​ໄດ້​ມີ​ການ​ໄປມາ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​ເປັນ​ປະຈຳ, ພິ​ເສດ​ແມ່ນ​ການ​ຢ້ຽມຢາມ​​​ສິງ​ກາ​ໂປ ທາງ​ລັດຖະກິດ ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເມື່ອ​ເດືອນ 9/2011 ​​ແລະ ການ​ຢ້ຽມຢາມ​ຫວຽດນາມ ​ໃນ​ໄລຍະຈະ​ມາ​ເຖິງ​ຂອງ​ທ່ານ​ປະທານາທິບໍດີ ສິງ​ກາ​ໂປ Toni Tan Keng Yam. ທ່ານ​ນາຍົກລັດຖະມົນຕີ ຫຼີຊ່ຽນ​ຫຼົງ ຢືນຢັນ​ຈະ​ສືບ​ຕໍ່ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ ສິງ​ກາ​ໂປ ​ລົງທຶນ​ເຂົ້າ​ຫວຽດນາມ.

        ທີ່​ການ​ເຈລະຈາ​ລະຫວ່າງທ່ານ ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິນ​ມິນ ​ແລະ ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ສິງ​ກາ​ໂປ K.Sanmugam, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຊຸກຍູ້​ການ​ແລກປ່ຽນຄະນະຜູ້​ແທນທຸກ​ຂັ້ນ​ລະຫວ່າງ 2 ປະ​​ເທດ. ກ່ຽວ​ກັບ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ, 2 ຝ່າຍ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ, ​ເຫັນ​ດີ​ຍູ້​ແຮງ​ການ​ຮ່ວມ​ມື ​ເພື່ອ​ພ້ອມ​ກັບ​ບັນດາ​ປະ​ເທດ​ອື່ນ​ໆ​ໃນ​ກຸ່ມອາ​ຊຽນ ກໍ່ສ້າງ​ປະຊາ​ຄົມ​ ອາ​ຊຽນ ສາມັກຄີ ​ແລະ ໝັ້ນຄົງ​ໃນ​ປີ 2015. 2 ຝ່າຍ​ແບ່ງປັນ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສິດ​ເສລີ​ໃນ​ການ​ເດີ​ນ​​ທະ​ເລຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ກັນ​ດ້ວຍ​ສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສ້າງ​ປະມວນ​ກົດ​ລະບຽບ​ກ່ຽວ​ກັບ​ການ​ປະພຶດ​ຕໍ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂ​​ດຍ​ໄວ.

ຂ່າວ/ບົດ​ອື່ນ