ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ແລະ ​ເລຂາທິການ​ໃຫຍ່ NATO ປຶກສາ​ຫາລື​ກ່ຽວກັບ​ຄວາມໝັ້ນຄົງ​ຂອງ ​ເອີລົບ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ໄດ້ປຶກສາຫາລືກ່ຽວກັບການພົວພັນລະຫວ່າງ ລັດເຊຍ - NATO.
ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ແລະ ​ເລຂາທິການ​ໃຫຍ່ NATO  ປຶກສາ​ຫາລື​ກ່ຽວກັບ​ຄວາມໝັ້ນຄົງ​ຂອງ ​ເອີລົບ - ảnh 1

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານ Jens Stoltenberg ເລຂາທິການໃຫຍ່ອົງການສົນທິສັນຍາ ອັດລັງຕິກເໜືອ (ພາບ: ກະຊວງການຕ່າງປະເທດລັດເຊຍ)

        ວັນທີ 15 ກຸມພາ, ໃນຂອບເຂດກອງປະຊຸມຄວາມໝັ້ນຄົງ Munich ຄັ້ງທີ 56 ຢູ່ເຢຍລະມັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານ Jens Stoltenberg ເລຂາທິການໃຫຍ່ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ກ່ຽວກັບສະພາບຄວາມໝັ້ນຄົງດ້ານການທະຫານຢູ່ເອີຣົບ.

        ຕາມແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ຢູ່ທີ່ການພົບປະໃນຂອບເຂດກອງປະຊຸມທີ່ໄດ້ດໍາເນີນຢູ່ນະຄອນ Munich, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ທ່ານ Jens Stoltenberg ເລຂາທິການໃຫຍ່ NATO ໄດ້ປຶກສາຫາລືກ່ຽວກັບການພົວພັນລະຫວ່າງ ລັດເຊຍ - NATO. ສອງຝ່າຍກໍໄດ້ເຕື້ອງເຖິງບັນດາບັນຫາຮ້ອນເຮັ່ງໃນປັດຈຸບັນໃນໂຄງການດໍາເນີນງານສາກົນ ແລະ ເອີຣົບ, ໃນນັ້ນ ມີສະພາບການຢູ່ ອາບການິດສະຖາ, ຊີຣີ.


ຕອບກັບ

ຂ່າວ/ບົດ​ອື່ນ