(VOVWORLD) - ທ່ານລັດຖະມົນຕີ ເລຮວ່າຍຈຸງ ສະເໜີໃຫ້ 2 ຝ່າຍສົ່ງເສີມວຽກງານການຮ່ວມມືລະຫວ່າງທ້ອງຖິ່ນຢ່າງແທດຈິງກວ່າ
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ
(ພາບ: TTXVN)
|
ຕອນບ່າຍວັນທີ 15 ມີນາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການແລກປ່ຽນຍຸດທະສາດກັບທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ, ເນື່ອງໃນໂອກາດຈັດກອງປະຊຸມຄັ້ງທີ 17 ຄະນະຊີ້ນຳການຮ່ວມມື 2 ຝ່າຍ ແລະ ກອງປະຊຸມຄັ້ງທຳອິດການເຈລະຈາຍຸດທະສາດຂັ້ນລັດຖະມົນຕີການຕ່າງປະເທດ, ການປ້ອງກັນຊາດ, ຕຳຫຼວດ ຫວຽດນາມ - ຈີນ.
ຢູ່ທີ່ນີ້, ທ່ານລັດຖະມົນຕີ ເລຮວ່າຍຈຸງ ສະເໜີໃຫ້ 2 ຝ່າຍສົ່ງເສີມວຽກງານການຮ່ວມມືລະຫວ່າງທ້ອງຖິ່ນຢ່າງແທດຈິງກວ່າ, ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ສູ້ຊົນເພີ່ມຈຳນວນແຂກທ່ອງທ່ຽວມາຢ້ຽມຢາມຢູ່ແຕ່ລະປະເທດ; ຍູ້ການຮ່ວມມມືດ້ານວັດທະນະທຳລະຫວ່າງ 2 ປະເທດຢ່າງແຮງກວ່າ.
ຕີລາຄາສູງບັນດາຂໍ້ສະເໜີການຮ່ວມມືຂອງທ່ານລັດຖະມົນຕີ ເລຮວ່າຍຈຸງ, ທ່ານລັດຖະມົນຕີ ວາງອີ ເນັ້ນໜັກວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງໃຫ້ມີປະສິດທິຜົນ; ສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ; ພ້ອມແລ້ວທ່ີຈະພ້ອມກັບ ຫວຽດນາມ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ພ້ອມກັນພັດທະນາ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.