ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ອວຍ​ພອນ​ອາ​ຊຽນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 53 ປີ​ແຫ່ງວັນ​ສ້າງ​ຕັ້ງ

(VOVWORLD) -ວັນທີ 6 ສິງຫາ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກຖະແຫຼງຂ່າວອວຍພອນອາຊຽນເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ອວຍ​ພອນ​ອາ​ຊຽນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 53 ປີ​ແຫ່ງວັນ​ສ້າງ​ຕັ້ງ - ảnh 1 ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ (ພາບ: AP)

ຕາມທ່ານ Mike Pompeo ແລ້ວ, ໃນຫຼາຍທົດສະວັດທີ່ຜ່ານມາ, ອາຊຽນໄດ້ ຮັບການປັບປຸງຈົນກາຍເປັນພາກພື້ນທີ່ມີສະຖຽນລະພາບ, ວັດທະນາຖາວອນ ແລະ ມີສັນຕິພາບກ່ວາ. ອາຊຽນ ແລະ ບັນດາກົນໄກໂດຍອາຊຽນນຳໜ້າແມ່ນ ໃຈກາງຂອງວິໄສທັດ ຂອງອາເມລິກາສຳລັບພາກພື້ນ ອິນເດຍ - ປາຊີຟິກ ກໍ່ຄືວິໄສທັດຂອງບັນດາສຳພັນທະມິດ ແລະ ຄູ່ຮ່ວມມືຂອງອາເມລິກາ. ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາເມລິກາ ແລະ ອາຊຽນໄດ້ປະກອບສ່ວນເຂົ້າວິໄສທັດລວມກ່ຽວກັບພາກພື້ນ ອິນເດຍ - ປາຊີຟິກທິ່ເສລີ ແລະ ເປີດກ້ວາງ.

        ທ່ານ Mike Pompeo  ກໍ່ເນັ້ນໜັກວ່າ ອາເມລິກາ ແລະ ບັນດາປະເທດ ອາຊຽນໄດ້ສົມທົບກັນໃນບັນດາມາດຕະການຕ້ານ ໂລກລະບາດ Covid – 19. ອາເມລິກາ ໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍດ້ານການແພດ ສຸກເສີນ ແລະ ໜູນຊ່ວຍດ້ານມະນຸດສະທຳເປັນມູນຄ່າ 85 ລ້ານ USD ເພື່ອແນໃສ່ຊ່ວຍ ບັນດາປະເທດອາຊຽນຮັບມືກັບໂລກລະບາດ Covid – 19 ແລະ ຈະສືບຕໍ່ຊຸກຍູ້ການພັດທະນາເສດຖະກິດຢ່າງໂປ່ງໃສ ລະຫວ່າງ ບັນດາຝ່າຍໃນໄລຍະຟື້ນຟູຫຼັງ ໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ