ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລະ ຢູ​ແກຼນ ພົບ​ປະເຈ​ລະ​ຈາ​ຢູ່ ເຢຍ​ລະ​ມັນ

(VOVWORLD) -    ວັນທີ 15 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba ໃຫ້ຮູ້ວ່າ ທ່ານໄດ້ມີການພົບປະເຈລະຈາກັບຄູ່ຕຳແໜ່ງ ອາເມລິກາ ທ່ານ Antony Blinken ຢູ່ນະຄອນຫຼວງ Berlin ຂອງ ເຢຍລະມັນ ແລະ ຢັ້ງຢືນວ່າ “ການໜູນຊ່ວຍອາວຸດຕື່ມອີກ ແລະ ເຄື່ອງຊ່ວຍເຫຼືອອື່ນໆ ກຳລັງຂົນສົ່ງໄປຮອດ ຢູແກຼນ”.   
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ແລະ ຢູ​ແກຼນ ພົບ​ປະເຈ​ລະ​ຈາ​ຢູ່ ເຢຍ​ລະ​ມັນ - ảnh 1ການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດຂອງອົງການ NATO ຢູ່ Berlin (ພາບ: TTXVN)

ໃນວັນທີ 15 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ ໄດ້ມີການພົບປະກັບບັນດາລັດຖະມົນຕີການຕ່າງປະເທດຂອງອົງການ NATO ຢູ່ Berlin, ເພື່ອສະຫຼຸບກ່ຽວກັບສະພາບການຕົວຈິງຢູ່ ຢູແກຼນ ແລະ ວິທີສຳພັນທະມິດການທະຫານ ອາດຈະເພີ່ມທະວີການໜູນຊ່ວຍປະເທດ ເອີຣົບ ຕາເວັນອອກ.

        ກ່ອນໜ້ານັ້ນ, ວັນທີ 14 ພຶດສະພາ, ບັນດາລັດຖະມົນຕີການຕ່າງປະເທດ NATO ໄດ້ໂຮມປະຊຸມດ້ວຍຈຸດສຸມແມ່ນບັ້ນການທະຫານພິເສດຂອງ ລັດເຊຍ ຢູ່ ຢູແກຼນ ແລະ “ນິຍາມຍຸດທະສາດ” ໃໝ່ຂອງ NATO. ກອງປະຊຸມດັ່ງກ່າວກໍມີການເຂົ້າຮ່ວມຂອງ “ແຂກຮັບເຊີນພິເສດ” ນັ້ນແມ່ນຜູ້ຕາງໜ້າຂອງ ແຟງລັງ ແລະ ຊູແອັດ. ຕາມກະຊວງການຕ່າງປະເທດ ເຢຍລະມັນແລ້ວ, ບັນດາລັດຖະມົນຕີການຕ່າງປະເທດ ຂອງ NATO ໄດ້ປຶກສາຫາລືກ່ຽວກັບວິທີສືບຕໍ່ໜູນຊ່ວຍ ຢູແກຼນ ໃນການປະທະກັບ ລັດເຊຍ, ພ້ອມດຽວກັນນັ້ນ ກໍ່ແມ່ນຜົນສະທ້ອນຂອງ “ບັ້ນການທະຫານພິເສດ” ຂອງ ລັດເຊຍ ຕໍ່ກັບຄວາມໝັ້ນຄົງຂອງປະເທດສະມາຊິກ NATO.


ຕອບກັບ

ຂ່າວ/ບົດ​ອື່ນ