ລັດຖະມົນຕີການຕ່າງປະເທດ ແລະ ອົບພະຍົບ Ecuado ມາຢ້ຽມຢາມຫວຽດນາມ

ລັດຖະມົນຕີການຕ່າງປະເທດ ແລະ ອົບພະຍົບ Ecuado ມາຢ້ຽມຢາມຫວຽດນາມ - ảnh 1

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ນ​ມິນຕ້ອນຮັບ
ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ອົບ​ພະຍົບ ​Ecuado Ricardo Patino Aroca ​
 (ພາບ: Minh Châu/TG&VN)

(vovworld) – ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ນ​ມິນ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ອົບ​ພະຍົບ ​Ecuado Ricardo Patino Aroca ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ ແຕ່​ວັນ​ທີ 21 - 25/6. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານລັດຖະມົນຕີ​ Ricardo Patino Aroca ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ, ພົບ​ປະ​ເຈລະຈາ​ກັບທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ນ​ມິນ; ​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ພົວພັນ​ການ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ແລະ​ການ​ນຳ​ກະຊວງ​ອຸດສາຫະກຳ​ການ​ຄ້າ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ.

ທີ່ການພົບ​ປະ​ເຈລະຈາ​ລະຫວ່າງລັດຖະມົນຕີ​ການ​ຕ່າງປະ​ເທດທັງ​ສອງ​ທ່ານ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ນ​ມິນ​ ​ໄດ້​ຢືນຢັນ​ວ່າ, ຍາ​ມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ Ecuado ກໍ່​ຄື​ກັບ​ບັນດາ​ປະ​ເທດ​ຢູ່​ອາ​ເມ​ລິ​ກາ​ລາຕີ​ນ. ສ່ວນທ່ານລັດຖະມົນຕີ​ Ricardo Patino Aroca ກໍ່​ຢືນຢັນ​ວ່າ Ecuado ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ປາຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ກັບ​ຫວຽດນາມ​ ລັດຖະມົນຕີ​ທັງ​ສອງ​ທ່ານ ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ສະໜັບສະໜູນ​ກັນ​ຢູ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ. ພາຍຫຼັງ​ການ​ເຈລະຈາ, ລັດຖະມົນຕີ​ທັງ​ສອງ​ທ່ານ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ກະຊວງການ​ຕ່າງປະ​ເທດ ​ແລະ ອົບ​ພະຍົບ Ecuado  ກ່ຽວ​ກັບ​ກົນ​ໄກ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ປາຊີ​ຝິກ.

ຕອບກັບ

ຂ່າວ/ບົດ​ອື່ນ