ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຈໍເຈ້ຍແລະຢູແກຼນກ່ອນທີ່ດຳເນີນກອງປະຊຸມສຸດຍອດNATO

ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຈໍເຈ້ຍແລະຢູແກຼນກ່ອນທີ່ດຳເນີນກອງປະຊຸມສຸດຍອດNATO - ảnh 1
ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ
(ພາບປະກອບ)

(vovworld) - ວັນ​ທີ 05/07 ກະຊວງ​ການ​ຕ່າງປະ​​ເທດ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຄາດ​ຄະ​ເນ​ວ່າ​ຈະ​​ໄປຢ້ຽມຢາມ ຈໍ​ເຈ້ຍ ​ແລະ​ ຢູ​ແກຼນ ກ່ອນທີ່​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ອົງການສົນ​ທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO) ​ໃນ​ອາທິດ​ນີ້ ຢູ່​ໂປ​​ໂລ​ຍ. ທ່ານ​ລັດຖະມົນຕີ​ການຕ່າງປະ​ເທດ ອາ​ເມ​ລິ​ກາ Kerry ຈະ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຈໍ​ເຈ້ຍ Giorgi Kvirikashvili ​ແລະ ທ່ານ​ປະທາ​ນາ​ທິບໍດີ​ປະ​ເທດ​ນີ້ Giorgi Margvelashvili ກໍ່​ຄື​ບັນດາ​ການ​ນຳ​ຝ່າຍ​ຄ້ານ​​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຈໍ​ເຈ້ຍ. ທີ່ Tblisi, ທ່ານ Kerry ຈະ​ຖະ​ແຫຼ​ງວ່າ ອາ​ເມ​ລິ​ກາ ສະໜັບສະໜູນ “ຄວາມ​ມຸ່ງ​ຫວັງ ອາຊີ - ມະຫາ​ສະໝຸດອັດ​ລັງ​ຕິກ” ຂອງ ຈໍ​ເຈ້ຍ, ຊຶ່ງ​ມີ​ຄວາມ​ໝາຍ​ຊີ້​ບອກ​ເຖິງປະ​ເທດ​ນີ້ ປາດ​ຖະໜາ​ຢາກ​ເຂົ້າ​​ເປັນ​ສະມາຊິກ NATO ​ແລະ ສະຫະພາບ ​ເອີ​ລົບ (ອີ​ຢູ). ພາຍຫລັງ​ເດີນທາງ​ອອກ​ຈາກ ຈໍ​ເຈ້ຍ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດ Kerry ຈະ​ໄປ ຢູ​ແກຼນ ​ເ​ພື່ອປຶກສາ​ຫາລື​ກັບ​ທ່ານ​ປະທາ​ນາ​ທິບໍດີ ຢູ​ແກຼນ Petro Poroshenko ​ແລະ ທ່ານ​ນາຍົກລັດຖະມົນຕີ Volodymyr Groysman

ຂ່າວ/ບົດ​ອື່ນ