ລັດຖະມົນຕີການຕ່າງປະເທດອາເມລິກາໃກ້ຈະຢ້ຽມຢາມລັດເຊຍ

ລັດຖະມົນຕີການຕ່າງປະເທດອາເມລິກາໃກ້ຈະຢ້ຽມຢາມລັດເຊຍ - ảnh 1
ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ລັດເຊຍ
(ພາບຈາກສຳນັກຂ່າວສານ ຫວຽດນາມ)

(vovworld) –  ວັນ​ທີ 11/7, ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ປະກາດ​ວ່າ ທ່ານ​​ລັດຖະມົນຕີການ​ຕ່າງປະ​ເທດຂອງ​ປະ​ເທດ​ນີ້ John Kerry ຈະ​ມີ​ການ​ປະຕິບັດ​ງານ​ເຖິງ​ມົດ​ສະ​ກູ ​ເພື່ອ​ຊ​ອກຫາ​ທັດສະນະ​ລວມ​ໃນ​ການ​ຮັບ​ມື​ກັບ​ສະພາບ​ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​ໃນ​ປະຈຸ​ບັນ​ຢູ່ ຊີຣີ. ​​ໃນ​ການ​ຢ້ຽມຢາມ​​ເຊິ່ງຈະ​ດຳ​ເນີນໃນ​ວັນ​ທີ 14 – 15/7, ທ່ານ Kerry ຈະ​ມີ​ການເຈລະຈາ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່ ລັດ​ເຊຍ ກ່ຽວ​ກັບ​ສະພາບການ​ຢູ່ ຊີຣີ ​ແລະ ຢູ​ແກຼນ, ກໍ່​ຄື​ກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ Armenia ​ແລະ Azerbaijan ທີ່​ກ່ຽວຂ້ອງ​ເຖິງ​ເຂດ​ທີ່​ມີ​ການ​ຂັດ​ແຍ້​ງກັນ Nagorny – Karabakh. ​​ແຈ້ງ​ການ​ບໍ່​ໄດ້​ຊີ້​ແຈ້ງວ່າ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ຈະ​ພົບ​ປະກັບ​ທ່ານ​ໃດ​ໃນ​ການ​ຢ້ຽມຢາມ​ຈະ​ມາ​ເຖິງ, ​ແຕ່​ໃນ​ບັນດາ​ການ​ປະຕິບັດ​ງານ​ເຖິງ​ລັດ​ເຊຍ ກ່ອນ​ນີ້, ທ່ານ Kerry ລ້ວນ​ແຕ່​ພົບ​ປະ​ກັບ​ຄູ່​ຕຳ​ແໜ່​ງ​ປະ​ເທດ​ເຈົ້າພາບ Sergei Lavrov, ກ່ອນ​ທີ່​ໄປ​ຍັງ​ວັງ Kremlin ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ Vladimir Putin.


ຂ່າວ/ບົດ​ອື່ນ