ລັດຖະມົນຕີການເງິນ ອາເມລິກາ ຢ້ຽມຢາມຈີນ

(VOVWORLD) - ຕາມແຈ້ງການຂອງກະຊວງການເງິນ ອາເມລິກາ ແລ້ວ, ບັນດາການປຶກສາຫາລືຂອງທ່ານນາງ Janet Yellen ກັບບັນດາເຈົ້າໜ້າທີ່ຂັ້ນສູງ ຈີນ ຈະສຸມໃສ່ບັນດາວິທີການຄຸ້ມຄອງ “ໂດຍມີຄວາມຮັບຜິດຊອບ”
ລັດຖະມົນຕີການເງິນ ອາເມລິກາ ຢ້ຽມຢາມຈີນ - ảnh 1ທ່ານນາງ Janet Yellen, ລັດຖະມົນຕີການເງິນ ອາເມລິກາ
(ພາບ:Reuters)

ວັນທີ 2 ກໍລະກົດ, ກະຊວງການເງິນ ອາເມລິກາ ປະກາດວ່າ ທ່ານນາງ Janet Yellen, ລັດຖະມົນຕີການເງິນ ອາເມລິກາ ຈະຢ້ຽມຢາມ ຈີນ ແຕ່ວັນທີ 6 – 9 ກໍລະກົດ. ຕາມແຈ້ງການຂອງກະຊວງການເງິນ ອາເມລິກາ ແລ້ວ, ບັນດາການປຶກສາຫາລືຂອງທ່ານນາງ Janet Yellen ກັບບັນດາເຈົ້າໜ້າທີ່ຂັ້ນສູງ ຈີນ ຈະສຸມໃສ່ບັນດາວິທີການຄຸ້ມຄອງ “ໂດຍມີຄວາມຮັບຜິດຊອບ” ບັນດາການພົວພັນສອງຝ່າຍ, ຕິດຕໍ່ພົວພັນໂດຍກົງກ່ຽວກັບບັນດາຂົງເຂດທີ່ກໍ່ຄວາມວິຕົກວັງວົນ ແລະ ສົມທົບກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ. ຄາດວ່າ, ທ່ານນາງ Janet Yellen ຈະຍົກອອກບັນດາຄວາມວິຕົກວັງວົນຂອງ ອາເມລິກາ ກ່ຽວກັບກົດໝາຍວ່າດ້ວຍການຕ້ານການສືບສອບແນມ ຂອງຈີນ ແລະ ບັນດາການກະທົບເຖິງບັນດາບໍລິສັດຂອງ ອາເມລິກາ ແລະ ຕ່າງປະເທດ ຢູ່ ຈີນ.

        ການຢ້ຽມຢາມຈີນ ຂອງທ່ານນາງລັດຖະມົນຕີການເງິນ ອາເມລິກາ Janet Yellen ຈະດຳເນີນພາຍຫຼັງການຢ້ຽມຢາມຈີນ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ເປັນເວລາ 2 ອາທິດ, ໃນນັ້ນ, ສອງຝ່າຍເປັນເອກະພາບຮັກສາການພົວພັນລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກນີ້ໃຫ້ມີສະຖຽນລະພາບ. ວົງການເຈົ້າໜ້າທີ່ ອາເມລິກາ ຫວັງວ່າ ການຢ້ຽມຢາມຂອງທ່ານນາງ Janet Yellen ຈະມີບັນດາການແລກປ່ຽນທີ່ມີລັກສະນະສ້າງສັນ ພ້ອມທັງສ້າງຕັ້ງບັນດາຊ່ອງຕິດຕໍ່ພົວພັນຍາວນານກ່ວາກັບຝ່າຍຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ