ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Venezuela ຢ້ຽມຢາມ ຫວຽດນາມ

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Venezuela ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai
ຕ້ອນຮັບ​ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ
​ກະຊວງ​ການ​ຕ່າງປະ​ເທດ Venezuela

ພາບ:internet



(vovworld) -  ຕອນ​ບ່າຍ​ວັນ​ທີ 15/8, ຢູ່ ຮ່າ​ໂນ້ຍ ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ David Velasquez Caraballo, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Venezuela ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ສອງ​ປະ​ເທດ ຫວຽດນາມ ​ແລະ Venezuela ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ ດ້ວຍ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ໃນ​ຫລາຍ​ຂົງ​ເຂດຄື: ການ​ເມືອງ - ການ​ຕ່າງປະ​ເທດ, ການ​ຄ້າ - ການ​ລົງທຶນ, ພະລັງງານ - ນ້ຳມັນ​ອາຍ​ແກ​ສ, ວັດທະນະທຳ - ການ​ສຶກສາ… ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ຢືນຢັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຝ່າຍ ຫວຽດນາມ ຈະ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ຢ່າງ​ແຂງ​ແຮງ​ໃນ​ບັນດາ​ຂົງ​ເຂດ​ຄື: ອຸດສາຫະກຳ, ພະລັງງານ, ກະສິກຳ ​ແລະ ບຳລຸງ​ສ້າງ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ David Velasquez Caraballo ປາດ​ຖະຫນາ​ຢາກ​ສອງ​ປະ​ເທດ​ສືບ​ຕໍ່​ຊອກ​ຫາ​ບັນດາ​ມາດ​ຕະການ​ຮ່ວມ​ມື​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ການ​ລົງທຶນ​ໃນ​ຂົງ​ເຂດ​ອຸດສາຫະກຳ, ກະສິກຳ, ການທ່ອງທ່ຽວ, ​ໂທລະ​ຄົມມະນາຄົມ. ສອງ​ຝ່າຍ​ເປັນ​ເອກະ​ພາບ​ສືບ​ຕໍ່​ຮັກສາ, ຮ່ວມ​ມື​ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ ​ໃນ​ບັນດາ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ເພື່ອ​ຜົນງານ​ພັດທະນາ​ລວມຂອງ​ສອງ​ປະ​ເທດ.

 

 

ຂ່າວ/ບົດ​ອື່ນ