ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາຈະມາຢ້ຽມຢາມຫວຽດນາມ

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາຈະມາຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ນາງ Rose Gottemoeller
 (ພາບ: uacrisis.org)

(vovworld) - ​ແຈ້ງ​​ການ​ໃນ​ວັນ​ທີ 25/2 ຂອງ​ຫ້ອງ​ການ​ໂຄ​ສ​ົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ການ​ຄຸ້ມ​ຄອງ​ອາ​ວຸດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ສາ​ກົນ, ທ່ານ​ນາງ Rose Gottemoeller ​ຈະດຳ​ເນີນ​ໄປ​ແຕ່​ວັນ​ທີ 1 – 3/3. ໃນ 2 ມື້​ທຳ​ອິດ​ຂອງ​ການ​ຢ້ຽມ​ຢາມ, ທ່ານ​ນາງ​ຈະ​ໄປ​ຍັງ ກວາງ​ຈີ້ ເພື່ອ​ຊອກ​ຫາ​ໝາກ​ຜົນ​ຂອງ​ໂຄງ​ການ​ຮ່ວມ​ມື​ສຳຫຼວດ, ​ເກັບ​ກູ້​ລູກ​ລະ​ເບີດບໍ່​ທັນ​ແຕກ ແລະ ວັດ​ຖຸ​ລະ​ເບີດ (UXO) ທີ່ຍ​ັງ​ຕົກ​ຄ້າງ​​ໃນ​ປາງ​ສົງ​ຄາມ, ພົບ​ປະ​ກັບ​ວົງ​ການ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ (NGO). ວັນ​ທີ 3/3, ທ່ານ​ນາງ Gottemoeller ໄດ້​ມາ ຮ່າ​ໂນ້ຍ ພົບ​ປະ​ກັບ​ການ​ນຳ ຫວຽດ​ນາມ ບາງ​ທ່ານ​ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ເລື່ອງ ສະ​ເຫຼີມ​ສະຫຼອງ 20 ປີ​​ແຫ່ງ​ຮັບສ້າງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ, ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ 2 ຝ່າຍ, ​ຄວາມ​ໝັ້ນ​ຄົງ​ຢູ່ພາກ​ພື້ນ, ​ຄວາມ​ໝັ້ນ​ຄົງ​ການ​ເດີນ​ເຮືອ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງກອງ​ປະ​ຊຸມກວດ​ກາ​ສັນ​ຍາບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ (NPT RevCon).

        ນອກ​ຈາກ ຫວຽດ​ນາມ ແລ້ວ, ທ່ານ​ນາງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ Gottemoeller ຈະ​ໄປ​ຍັງ 3 ປະ​ເທດ​ຢູ່ ອາ​ຊີ - ປາ​ຊີ​ຟິກ ແມ່ນ ຟີ​ລິບ​ປິນ, ອົດ​ສະ​ຕາ​ລີ ແລະ ນິວ​ຢີ​ແລນ. ການ​ຢ້ຽມ​ຢາມ​ຈະ​ແກ່​ຍາວ​ເປັນ​ເວ​ລາ 13 ມື້, ເລີ່ມ​ແຕ່​ວັນ​ທີ 27/2.


ຂ່າວ/ບົດ​ອື່ນ