ລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດໄອແລນແລະປະທານສະພາສູງແບນຊິກ

ລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດໄອແລນແລະປະທານສະພາສູງແບນຊິກ - ảnh 1
ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ
​ຕ້ອນຮັບ​ທ່ານ Gunnar Bragi Sveinsson
(ພາບ: baodangcongsan)

(vovworld) – ​ວັນ​ທີ 4/11, ທ່ານ ຟ້າ​ມບິ່ງ​ມິ​ງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Gunnar Bragi Sveinsson ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ຕ່າງປະ​​ເທດ ​ໄອ​ແລນ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ​ມີ​ບົດບາດ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ປັບປຸງ​ການ​ພົວພັນ​ການ​ເມືອງ​ອັນ​ດີງາມ, ສົມທົບ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ 2 ປະ​ເທດ. ກ່ຽວ​ກັບ​ເລື່ອງ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ກັບ​ກຸ່ມການ​ຄ້າ​ເສລີ ​ເອີຣົບ (EFTA), ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ຕ່າງປະ​ເທດ ​ໄອ​ແລນ ​ເຫັນ​ດີ​ເປັນ​ເອກະສັນ ຊຸກ​ຍູ້​ວິ​ວັດ​ການ​ເຈລະຈາ ​ແລະ ມຸ່ງ​ໄປ​ເຖິງ​​ການເຊັນ​ສັນຍາ​ໃຫ້​ສຳ​ເລັດ​ໂດຍ​ໄວ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ທ່ານນາງ Christine Defraigne ປະທານ​ສະພາ​ສູງ​ລາຊະ​ອານາຈັກ ​ແບນ​ຊິກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງ​ເລື່ອງ​ເປີດ​ກ້ວາງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ລະຫວ່າງ​ລັດຖະສະພາ 2 ຝ່າຍ​ຢູ່​ຂັ້ນ​ສະຫະລັດກໍ​ຄື​ຂັ້ນ​ເຂດ, ປະຊາ​ຄົມ. ທ່ານ​ນາງ​ປະທານ​ສະພາ​ສູງ ​ແບນ​ຊິກ Christine Defraigne ຕີ​ລາຄາ​ສູງ​ບັນດາ​ຜົນງານ​ການ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ ​ແລະ ​ໃນເວທີ​ສາກົນ, ທ່ານ​ນາງ Christine Defraigne ຢືນຢັນ​ວ່າ: ສະພາ​ສູງ ​ແບນ​ຊິກ ຍາມ​ໃດ​ກໍ​ສະ​ໜັບສະ​ໜູນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ ​ແລະ ທຸກຂັ້ນ.

 

 

ຂ່າວ/ບົດ​ອື່ນ