ລັດຖະມົນຕີວ່າການກະຊວງຍຸຕິທຳSlovakiaຢ້ຽມຢາມນະຄອນໂຮ່ຈີມິນ

ລັດຖະມົນຕີວ່າການກະຊວງຍຸຕິທຳSlovakiaຢ້ຽມຢາມນະຄອນໂຮ່ຈີມິນ - ảnh 1
ທ່ານ Tomas Borec, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ສ. Slovakia (ຂວາ)
(ພາບ: cẩm tú)

 (vovworld) – ຕອນ​ບ່າຍ​ວັນ​ທີ 17/3, ທ່ານ ເຕີດ​ແທ່ງ​ກາງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ສ. Slovakia ໂດຍ​ທ່ານ Tomas Borec, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ນຳ​ໜ້າ, ພວມ​ຢູ່​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ທ່ານ ເຕີດ​ແທ່ງ​ກາງ ປາດ​ຖະ​ໜາ​ວ່າ: ຄຽງ​ຄູ່​​ການ​ທູດ​ແຫ່ງ​ລັດ, ໃນ​ໂລ​ຍະ​ຈະ​ມາ​ເຖິງ​ຈະ​ມີຫຼາຍ​ຄະ​ນະ​ການ​ທູ​ດ​ປະ​ຊາ​ຊົນ​ພ້ອມ​ກັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ Slovakia ​ມາ​ທ່ອງ​ທ່ຽວ, ພ​ົວ​ພັນ​ຮ່ວມ​ມື​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ ເວົ້​າ​ລວມ​. ນະ​ຄອນ ໂຮ່​ຈີ​ມິນ ຍາມ​ໃດ​ກໍ່​ສົ່ງ​ເສີ​ມ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ Slovakia ມາ​ຊອກ​ຮູ້ ແລະ ລົງ​ທຶນ​ຢູ່​ນະ​ຄອນ. ຄຽງ​ຄູ່​ກັບ​ຂົງ​ເຂດ​ຕຸ​ລາ​ການ, 2 ຝ່າຍ​ອາດ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ສຶກ​ສາບ​ຳ​ລຸງ​ສ້າງ, ວິ​ທະ​ຍາ​ສາດ​ເຕັກ​ນິກ, ອຸດ​ສາ​ຫະ​ກຳ.


ຂ່າວ/ບົດ​ອື່ນ