ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍ

ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍ - ảnh 1
ລັດຖະມົນຕີວ່າການກະຊວງຕຳຫຼວດເຈີ່ນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດລັດເຊຍ
(ພາບ: cand.com.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 4/12, ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສະ​ຫະ​ພັນ​ລັດ​ເຊຍ ທ່ານ Andrei Kovtun ເນື່ອງ​ໃນ​ໂອ​ກາດ​ທ່ານ​ສິ້ນ​ສຸດ​ອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ, ທ່ານ​ພົນ​ເອກ ເຈີ່ນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ອວຍ​ພອນ​ໃຫ້​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ Andrei Kovtun ປະ​ຕິ​ບັດ​ອະ​ຍຸ​ການ​ເຮັດ​ວຽກ​ຢູ່​ຫວຽດ​ນາມ ສຳ​ເລັດ​ຜົນ. ບັນ​ດາ​ຄຸນ​ງາມ​ຄວາມ​ດີ ແລະ​ ການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃນ​ອາ​ຍຸ​ການ​ຜ່ານ​ມາ​ໄດ້​ປະ​ກອ​ບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ກາ​ນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ເວົ້າ​ລວມກໍ່​ຄື​ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ສະ​ຫະ​ພັນ ລັດ​ເຊຍ ເວົ້າ​ສະ​ເພາະ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ ເຈີ່ນ​ດ້າຍກວາງ ຫວັງ​ວ່າ: ພາຍຫຼັງ​ກັບ​ເມືອ​ປະ​ເທດ​ຮັບ​ໜ້າ​ທີ່​ວຽກ​ງານໃໝ່, ເຖິງວ່າ​ຢູ່​ໃນ​ຖາ​ນະ​ຕຳ​ແໜ່ງ​ໃດກໍ່​ຕາມ, ທ່ານ Andrei Kovtun ກໍ່​​ຈະສືບ​ຕໍ່​ເອົາ​ໃຈ​ໃສ່, ສະ​ໜັບ​ສະ​ໜູນ, ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ 2 ປະ​ເທດ ແລະ ລະ​ຫວ່າງ​ກະ​ຊວງ​ຕຳຫຼວ​ດ ຫວຽດ​ນາມ ກັບ​ບັນ​ດາ​ອົງ​ການ​ປ​ະ​ຕິ​ບັດ​ກົດ​ໝາຍ​ຂອງ​ສະ​ຫະ​ພັນ ລັດ​ເຊຍ.


ຂ່າວ/ບົດ​ອື່ນ