ລັດຖະສະພາເອີລົບ ຊຸກຍູ້ສັນຍາການຄ້າເສລີກັບ ຫວຽດນາມ

(VOVWORLD) - ການແລກປ່ຽນການຄ້າລະຫວ່າງ EU ແລະ ຫວຽດນາມ ປີ 2017 ບັນລຸໄດ້ລະດັບສູງໃໝ່ ດ້ວຍຍອດວົງເງິນການຄ້າ 2 ສົ້ນບັນລຸເກືອບ 52 ຕື້ USD.

ລັດຖະສະພາເອີລົບ ຊຸກຍູ້ສັນຍາການຄ້າເສລີກັບ ຫວຽດນາມ - ảnh 1

 ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ

(ພາບ:  Kim Chung/ນັກຂ່າວສຳນັກຂ່າວສານ ຫວຽດນາມ)

ວັນທີ 20 ກຸມພາ, ທີ່ສຳນັກງານລັດຖະສະພາເອີລົບ ຢູ່ ບຣຸກແຊນ, ປະເທດ ແບນຊິກ, ຄະນະກຳມະການການຄ້າສາກົນຂອງ ລັດຖະສະພາ ເອີລົບ (INTA) ໄດ້ຈັດຕັ້ງກອງປະຊຸມພິຈາລະນາສະພາບການຄວາມຄືບໜ້າຂອງສັນຍາການຄ້າເສລີລະຫວ່າງ ສະຫະພາບເອີລົບ (ອີຢູ) ແລະ ຫວຽດນາມ (EVFTA). ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ທີ່ EU ໄດ້ເຂົ້າຮ່ວມກອງປະຊຸມ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ເວືອງເທື່ອຟອງ ໄດ້ສະໜອງຫຼາຍຂໍ້ມູນຂ່າວທີ່ເປັນໜ້າສົນໃຈກ່ຽວກັບບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນວິວັດການສ້າງໂຄງປະກອບຄືນໃໝ່, ຊຸກຍູ້ວິວັດການເຊື່ອມໂຍງຂອງພື້ນຖານເສດຖະກິດ ຫວຽດນາມ ເຂົ້າກັບພາກພື້ນ ແລະ ສາກົນ, ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນການພົວພັນກັບ ອີຢູ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ: ການແລກປ່ຽນການຄ້າລະຫວ່າງ EU ແລະ ຫວຽດນາມ ປີ 2017 ບັນລຸໄດ້ລະດັບສູງໃໝ່ ດ້ວຍຍອດວົງເງິນການຄ້າ 2 ສົ້ນບັນລຸເກືອບ 52 ຕື້ USD. EU ໄດ້ກາຍເປັນໜຶ່ງໃນ 5 ນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດ ແລະ ແມ່ນນັກລົງທຶນນອກ ພາກພື້ນ ອາຊີ ໃຫຍ່ສຸດຢູ່ ຫວຽດນາມ ດ້ວຍຈຳນວນ 2.000 ໂຄງການເຊິ່ງມີຍອດເງິນລົງທຶນ 22 ຕື້ USD. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ: ຫວຽດນາມ ຈະສືບຕໍ່ພິຈາລະນາຢ່າງຕັ້ງໜ້າບັນດາບັນຫາເຊິ່ງຝ່າຍ EU ສົນໃຈທີ່ກ່ຽວຂ້ອງເຖິງການປັບປຸງກົດໝາຍວ່າດ້ວຍແຮງງານຂອງ ຫວຽດນາມ, ເລື່ອງ ຫວຽດນາມ ເຂົ້າຮ່ວມສົນທິສັນຍາຂອງອົງການແຮງງານສາກົນ (ILO) ບາງສະບັບ, ການສົມທົບດ້ານການຄ້າກັບການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ