ລັດລາວ ມອບຫຼຽນໄຊ, ຫຼຽນກາໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງຫວຽດນາມ

ລັດລາວ ມອບຫຼຽນໄຊ, ຫຼຽນກາໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງຫວຽດນາມ - ảnh 1
​ພິທີ​ມອບ​ຫຼຽນ​ໄຊ, ​ຫຼຽນ​ກາ​ຂອງ​ລັດ​ລາວ
(ພາບ: phapluattp.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 3/12, ຢູ່​ນະ​ຄອນ​ໂຮ່ຈິ​ມິນ ​ໄດ້​ດຳ​ເນີນ​ພິທີ​ມອບ​ຫຼຽນ​ໄຊ, ​ຫຼຽນ​ກາ​ຂອງ​ລັດ​ລາວ ​ໃຫ້​​ແກ່ບັນດາໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ໃນ​ຄະນະການ​ນຳ​ນະຄອນ. ທີ່​ພິທີ, ​ທ່ານເຈົ້າ​ຄອງ​ນະຄອນຫຼວງ​ວຽງຈັນ ສຸ​ກັນ ມະຫາລາດ ​ໄດ້​ມອບຫຼຽນ​ໄຊ​ອິດ​ສະ​ຫຼະຊັ້ນ 2 ​ໃຫ້​ແກ່​ທ່ານ​ນາງ ຫງວຽນ​ທິທູ​ຮ່າ (Nguyen Thi Thu Ha), ຮອງ​​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ; ຫຼຽນ​ໄຊ​​ແຮງ​ງານ​ຊັ້ນ 2 ​ໃຫ້​ແກ່​ທ່ານ ​ເຮື໋ອງອກ​ທ້ວນ (Hua Ngoc Thuan), ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ແລະ ທ່ານ ຫງວຽນ​ແທ່ງ​ຕ່າ​ຍ (Nguyen Thanh Tai), ອະດີ​ດຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ. ພ້ອມ​ກັນ​ນັ້ນ, ສ່ວນ​ບຸກຄົນ​ໃນ​ຄະນະ​ການ​ນຳ ​ແລະ ໝູ່​ຄະນະຈຳນວນ​ໜຶ່ງ​ຂອງ​ນະຄອນ​​ໂຮ່ຮິ​ມິນ ກໍ​ໄດ້​ຮັບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3, ຫຼຽນ​ໄຊ​ມິດຕະພາບ ​ແລະ ບັນດາ​ຫຼຽນ​ກາ​ມິດຕະພາບ​ຂອງ​ລັດ​ລາວ. ນີ້​ແມ່ນ​ບັນດາ​ລາງວັນ​ອັນ​ສູງ​ສົ່ງ​ສຳລັບ​ສ່ວນ​ບຸກຄົນ ​ແລະ ຫົວໜ່ວຍ​​ເຊິ່ງໄດ້​ປະກອບສ່ວນ​​ເຂົ້າ​ໃນການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ລາວ ​ແລະ ຫວຽດນາມ ​ເວົ້າ​ລວມ ​ແລະ ລະຫວ່າງ​ນະຄອນຫຼວງ​ວຽງ​ຈັນ ກັບ​ນະຄອນ​ໂຮ່ຈິ​ມິນ​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ