ລັດເຊຍ ກ່າວເຕື່ອນ ຈະທຳລາຍທຸກລະບົບປ້ອງກັນລູກສອນໄຟ

ລັດເຊຍ ກ່າວເຕື່ອນ ຈະທຳລາຍທຸກລະບົບປ້ອງກັນລູກສອນໄຟ - ảnh 1
( ພາບປະກອບ )

( vovworld ) -   ລັດ​ເຊຍ ຈະ​ສ້າງ​ຕັ້ງ​ລະບົບ​ສາມາດທຳລາຍ ກໍ່​ຄື​ສະກັດ​ກັ້ນ​ທຸກ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໃດໆ ​​ແນ​ໃສ່​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ຕົນ. ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງຂອງ​ທ່ານ​ຮອງນາ​ຍົກລັດຖະມົນຕີ​ລັດ​ເຊຍ Dmitry Rogozin ​ເມື່ອ​ວັນ​ທີ 29/6 ຜ່ານ​ທາງວິທະຍຸ​ກະຈາຍສຽງ​ຂອງ​ລັດ​ເຊຍ. ທ່ານ ​Rogozin ຊີ້​ແຈ້ງວ່າ; “ ໜ້າ​ທີ່​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ສ້າງ​ຕັ້ງລະບົບ​ຮັບປະກັນ​​ຄວາມ​ໝັ້ນຄົງ​ໃຫ້​ສະຫະພັນ​ລັດ​ເຊຍ​ຢ່າງ​ແທ້​ຈິງ ດ້ວຍ​ເລື່ອງ​ປ​ະກອບ​ໃຫ້ກອງທັບ​ລັດ​ເຊຍ ບັນດາ​ພາຫະນະ​ເຄື່ອງ​ຈັກ​ການ​ທະຫານ​ສາມາດ​ໂຕ້​ຕອບ​ກົນອຸບາຍທຳລາຍ​ຄວາມດູ​ນດຽງຍຸດ​ທະ​ສາດ ”. ກໍ​ຕາມ​ທ່ານ Rogozin ​ແລ້ວ, ຜູ້​ຮັບຜິດຊອບ​​ສະໜອງ​ເຕັກນິກປ້ອງ​ກັນ​ອາກາດ​ແລ້ວ, ລັດ​ເຊຍ​ ພວມຄິດ​ໄລ່​ສອງ​ວິທີ​ເພື່ອ​ປະຕິບັດ​ໜ້າ​ທີ່​ດັ່ງ​ດ່າວ, ​ເຊິ່ງລວມມີ​ລະບົບ​ປ້ອງ​ກັນ​ສາມາດ​ຕີ​ສະກັດ​ກັ້ນ​ລູກ​ສອນ​ໄຟ. ທ່ານ​ກໍ​ໃຫ້​ຮູ້​ວ່າ ບັນດາ​ຄຳ​ຕັດສິນ​ກ່ຽວ​ກັບ​ການທະ​ຫານ ​ແລະ ​ເຕັກນິກ​ໃຫ້​ແກ່​ຂົງ​ເຂດ​ນີ້​ໄດ້​ຮັບ​ການ​ສ້າງສຳ​ເລັດ​ແລ້ວ.

ຂ່າວ/ບົດ​ອື່ນ