ນາຍົກລັດຖະມົນຕີ ລັດເຊຍ Putin ພົບປະກັບລັດຖະມົນຕີການຕ່າງ
ອີຣານ Ali Akbar Salehi
ພາບປະກອບ (internet)
|
(vovworld) - ວັນທີ 22/2, ລັດເຊຍ ໄດ້ກ່າວເຕືອນ ອິດສຮາແອນວ່າ ບໍ່ຄວນມີການກະທຳດ້ານການທະຫານເພື່ອບຸກໂຈມຕີ ອີຣານ, ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງ ເຕເຮຣານ, ຝ່າຍລັດເຊຍ ຊີ້ແຈງບໍ່ວ່າການກະທຳດ້ານການທະຫານໃດໆກໍຈະຕ້ອງຮັບຜົນຮ້າຍຢ່ອງຫລັງ. ກ່າວຄຳເຫັນໃນການປະຊຸມຊ່າວ, ທ່ານ ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Gennady Gatilov ເວົ້າວ່າ: ບໍ່ວ່າແຜນການທະຫານໃດເພື່ອແນໃສ່ ອີຣານ ກໍຈະແມ່ນໄພອັນຕະລາຍທີ່ມີຕໍ່ພາກພື້ນ ແລະ ລະບົບການພົວພັນສາກົນທັງໝົດ. ລັດເຊຍ ປາດຖະຫນາວ່າ ອິດສຮາແອນ ມີຄວາມຮັບຮູ້ໄດ້ຜົນຮ້າຍຢ່ອນຫລັງທັງໝົດ ນັ້ນ. ກ່ອນຫນ້ານັ້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkov ກໍຖະແຫລງວ່າ ລັດເຊຍ ຈະບໍ່ເຂົ້າຮ່ວມບັນດາຄຳສັ່ງລົງໂທດດ້ານເສດຖະກິດຕ້ານ ອີຣານ.