ລັດ​ເຊ​ຍ​ ຄັ​ດ​ຄ້າ​ນ ​ອາ​ເມ​ລິ​ກາ ​ແຊກ​ແຊງເຂົ້າວຽກ​ງານ​ພາຍ​ໃນ

(VOVWORLD) -ວັນທີ 9 ສິງຫາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກແຈ້ງການ ຮຽກຕົວທ່ານ Tim Richardson  ທີ່ປຶກສາດ້ານການຕ່າງປະເທດຂອງ ສະຖານທູດ ອາເມລິກາ ປະຈຳ ມົດສະກູ ມາເພື່ອຄັດຄ້ານ ເລື່ອງສະຖານທູດ ອາເມລິກາ ປະກາດໃນສື່ສັງຄົມອອນລາຍຂອງຕົນ ຂໍ້ມູນຂ່າວສານກ່ຽວກັບບັນດາການແຫ່ຂະບວນປະທ້ວງທີ່ຜິດກົດໝາຍ ຢູ່ມົດສະກູ ໃນວັນທີ 3 ສິງຫາ.

ຖະແຫຼງການຂອງກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງວ່າ ການປະກາດແຜນດຳເນີນບັນດາການແຫ່ຂະບວນປະທ້ວງທີ່ຜິດກົດໝາຍນີ້ແມ່ນການກະທຳເພື່ອແນໃສ່ໂຄສະນາ, ແກ່ດຶງເອົາຜູ້ຄົນເຂົ້າຮ່ວມ, ເພາະສະນັ້ນ, ນີ້ແມ່ນກົນອຸບາຍແຊກແຊງເຂົ້າວຽກງານພາຍໃນຂອງ ລັດເຊຍ.

        ຕາມກະຊວງພາຍໃນຂອງ ລັດເຊຍ ແລ້ວ, ເຈົ້າໜ້າທີ່ໄດ້ຈັບຕົວເປົ້າໝາຍ 600 ຄົນ ທີ່ ເຂົ້າຮ່ວມການແຫ່ຂະບວນປະທ້ວງທີ່ຜິດກົດໝາຍ ໃນວັນທີ 3 ສິງຫາ. ອຳນາດການປົກຄອງໄດ້ປະກາດໃຫ້ແກ່ບັນດາຜູ້ເຂົ້າຮ່ວມກ່ອນແລ້ວກ່ຽວກັບຄວາມຮັບຜິດຊອບ ແລະ ກ່າວເຕືອນບໍ່ໃຫ້ລະເມີດກົດໝາຍ. ຕຳຫຼວດ ກໍ່ຮຽກຮ້ອງໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວຕ່າງປະເທດຢູ່ ມົດສະກູ ບໍ່ໃຫ້ເຂົ້າຮ່ວມບັນດາການແຫ່ຂະບວນປະທ້ວງທີ່ຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ