ລັດ​ເຊຍ, ຈີນ ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

(VOVWORLD) -ຕາມສຳນັກຂ່າວສານ TASS, ຕອນເຊົ້າວັນທີ 30 ທັນວາ (ຕາມເວລາ ມົດສະກູ), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ດຳເນີນການເຈລະຈາທາງໄກກ່ຽວກັບການພົວພັນສອງຝ່າຍ ແລະ ບັນຫາຕ່າງໆໃນພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທີ່ການເຈລະຈາ, ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ ສາຍພົວພັນລະຫວ່າງ ລັດເຊຍ - ຈີນ ໄດ້ຜ່ານຜ່າສິ່ງທ້າທາຍ ແລະ ພັດທະນາຂຶ້ນສູ່ລະດັບສູງໃໝ່. ໂດຍບໍ່ຫົວຊາຕໍ່ມາດຕະການຈັດວາງຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ, ວົງເງິນການຄ້າສອງສົ້ນຂອງລັດເຊຍ - ຈີນ ໃນປີ 2022 ເພີ່ມຂຶ້ນລະດັບສູງສະຖິຕິ, ປະມານ 25% ແລະ ເປົ້າໝາຍນຳວົງເງິນການຄ້າບັນລຸ 200 ຕື້ USD ໃນປີ 2024 ຈະບັນລຸໄດ້ກ່ອນກຳນົດເວລາ. ການສະໜອງນ້ຳມັນອາຍແກັດຂອງ ລັດເຊຍ ໃຫ້ ຈີນ ແມ່ນເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ ແລະ ຈະສືບຕໍ່ເພີ່ມຂຶ້ນໃນປີ 2023. ທ່ານປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ພວມລໍຄອຍການຢ້ຽມຢາມ ທາງລັດຖະກິດ ຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ  ໃນລະດູບານໃໝ່ປີ 2023, ການຢ້ຽມຢາມເຫຼົ່ານັ້ນ ຈະສະແດງໃຫ້ເຫັນຄວາມໝັ້ນແກ່ນຂອງການພົວພັນລະຫວ່າງສອງປະເທດ.

ສ່ວນທ່ານປະທານປະເທດ ຈີນ ສີຈີ້ນຜິງ ຖະແຫຼງວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈີນ - ລັດເຊຍ ໄດ້ເປັນພະຍານຫຼັກຖານໃຫ້ແກ່ຄວາມໝັ້ນແກ່ນ. ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ; ສອງຝ່າຍເປັນຄູ່ຮ່ວມມືທົ່ວໂລກຂອງກັນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ