ລັດ​ເຊຍ ຈະ​ມີ​ການ​ໂຕ້​ຕອບ​ຢ່າງ​ແຂງ​ແກ່ນ ຖ້າ​ຫາກວ່າ ຝ່າຍ​ຕາ​ເວັນ​ຕົກ ສືບ​ຕໍ່​ສະ​ໜອງ​ອາ​ວຸດ ໃຫ້​ແກ່ ຢູ​ແກຼນ ​ເພື່ອບຸກ​ໂຈມ​ຕີ​ປະ​ເທດ​ນີ້

(VOVWORLD) -“ຖ້າຫາກວ່າ ອາເມລິກາ ແລະ ບັນດາປະເທດສະມາຊິກ NATO (ອົງການສົນທິສັນຍາອັດລັງຕິກເໜືອ) ສະໜອງອາວຸດໃຫ້ແກ່ ຢູແກຼນ ເພື່ອດຳເນີນການບຸກໂຈມຕີເຂົ້າໄປນະຄອນຕ່າງໆຂອງ ລັດເຊຍ ແລະ ພະຍາຍາມຢຶດຄອງເຂດດິນແດນນີ້, ລັດເຊຍ ຈຳເປັນຕ້ອງມີການກະທຳໂຕ້ຕອບຄືນໃໝ່ຢ່າງແຂງແກ່ນ.
ລັດ​ເຊຍ ຈະ​ມີ​ການ​ໂຕ້​ຕອບ​ຢ່າງ​ແຂງ​ແກ່ນ ຖ້າ​ຫາກວ່າ ຝ່າຍ​ຕາ​ເວັນ​ຕົກ ສືບ​ຕໍ່​ສະ​ໜອງ​ອາ​ວຸດ ໃຫ້​ແກ່ ຢູ​ແກຼນ ​ເພື່ອບຸກ​ໂຈມ​ຕີ​ປະ​ເທດ​ນີ້ - ảnh 1ກອງທັບ ຢູແກຼນ ບຸກໂຈມຕີດ້ວຍການຍິງປືນໃຫຍ່ (ພາບ: Reuters)

ວັນທີ 25 ມັງກອນ, ທ່ານ Konstantin Gavrilov, ຫົວໜ້າຄະນະຜູ້ຕາງໜ້າ ລັດເຊຍ ຮັບຜິດຊອບການເຈລະຈາກ່ຽວກັບຄວາມໝັ້ນຄົງດ້ານການທະຫານ ແລະ ຄວບຄຸມອາວຸດ ປະຈຳ ວຽນ, ປະເທດ ໂອຕາລິດ, ໃຫ້ຮູ້ວ່າ: “ຖ້າຫາກວ່າ ອາເມລິກາ ແລະ ບັນດາປະເທດສະມາຊິກ NATO (ອົງການສົນທິສັນຍາອັດລັງຕິກເໜືອ) ສະໜອງອາວຸດໃຫ້ແກ່ ຢູແກຼນ ເພື່ອດຳເນີນການບຸກໂຈມຕີເຂົ້າໄປນະຄອນຕ່າງໆຂອງ ລັດເຊຍ ແລະ ພະຍາຍາມຢຶດຄອງເຂດດິນແດນນີ້, ລັດເຊຍ ຈຳເປັນຕ້ອງມີການກະທຳໂຕ້ຕອບຄືນໃໝ່ຢ່າງແຂງແກ່ນ. ກ່ອນໜ້ານັ້ນ, ລັດເຊຍ ໄດ້ສົ່ງໜັງສືທາງລັດຖະການ ຄັດຄ້ານເລື່ອງບັນດາປະເທດ NATO ກ່ຽວຂ້ອງເຖິງເລື່ອງມອບອາວຸດໃຫ້ແກ່ ຢູແກຼນ ແລະ ຖະແຫຼງວ່າ “ອາວຸດຂອງຝ່າຍຕາເວັນຕົກ ມອບໃຫ້ ຢູແກຼນ ແມ່ນເປົ້າໝາຍບຸກໂຈມຕີອັນຊອບທຳຂອງລັດເຊຍ”.

        ໃນວັນດຽວກັນ, ອາເມລິກາ ຖະແຫຼງວ່າ ຈະສະໜອງລົດຖັງ M1 Abrams ທັນສະໄໝ 31 ຄັນ ໃຫ້ແກ່ ຢູແກຼນ ໃນຊຸມເດືອນຈະມາເຖິງ. ສ່ວນທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແຈ້ງໃຫ້ຊາບວ່າ ຈະມອບລົດຖັງລຸ້ນທັນສະໄໝ Leopard 2 ໃຫ້ແກ່ ຢູແກຼນ ເຊັ່ນດຽວກັນ.

ດັ້ງເກື່ອງ, ນັກຂ່າວ VOV ປະຈຳ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ