ລັດເຊຍ ຈະໂຕ້ຕອບ ຢ່າງສົມເຫດສົມພົນ ຖ້າຫາກອາເມລິກາ ຈັດວາງມາດຕະການລົງໂທດໃໝ່

ລັດເຊຍ ຈະໂຕ້ຕອບ ຢ່າງສົມເຫດສົມພົນ ຖ້າຫາກອາເມລິກາ ຈັດວາງມາດຕະການລົງໂທດໃໝ່ - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Ryabkov
(ພາບ: Ria Novosti)


(vovworld) – ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ຕໍ່​ໜ້າ​ການ​ພົບ​ປະລະ​ຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ຢູ່ Rome, ປະ​ເທດ​ອີ​ຕາ​ລີ ​ໃນ​ວັນ​ທີ 13/12, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Ryabkov ​ໄດ້​ສະ​ແດງ​ປະຕິກິ​ລະ​ຍາ​ທີ່​ຮຸນ​ແຮງ ຕໍ່​​ເລື່ອງ​ສະພາ​ສູງ​ອາ​ເມ​ລິ​ກາ ຮັບຮອງ​ເອົາ​ຮ່າງ​ກົດໝາຍ “ໜູນ​ຊ່ວຍ​ເສລີພາບ​ຢູ່​ຢູ​ແກຼນ - 2014”, ​ໃນ​ນັ້ນ​ຮຽກຮ້ອງ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ແນ​ໃສ່​ ມົດສກູ ​ແລະ ຊ່ວຍ​ເຫຼືອ​ດ້ານອາ​ວຸດ​ໃຫ້​ຢູ​ແກຼນ. ທ່ານ Sergei Ryabkov ​ໃຫ້​ຮູ້​ວ່າ, ຝ່າຍ​ລັດ​ເຊຍ ພວມ​ຄົ້ນຄວ້າ​ເນື້ອ​ໃນ​ຮ່າງ​ກົດໝາຍ ​ແລະ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ​ອາ​ເມ​ລິ​ກາ ຊອກຫາມາ​ມາດ​ຕະການ​ຈັດ​ວາງ​ລົງ​ໂທດ​ສຳລັບ​ຂົງ​ເຂດ​ມີ​ສິດ​ການ​ທູດ​ພິ​ເສດ, ກໍ່​ຄື​ມີ​​ເຈດ​ຈຳນົງ​ກໍ່​ຜົນ​ກະທົບ​ເຖິງ​ບັນດານິຕິບຸກຄົນ​ຢູ່​ປະ​ເທດ​ທີ 3 ທີ່​ມີ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ຖືກຕ້ອງ ຕາມ​ກົດໝາຍ​ກັບ​ວິ​ສາ​ຫະກິດ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ