ລັດເຊຍ ຈະໜູນຊ່ວຍ ອາກເມນີ ຖ້າຫາກເກີດສົງຄາມໃນຜືນແຜ່ນດິນຂອງປະເທດນີ້

(VOVWORLD) - ກະຊວງການຕ່າງປະເທດລັດເຊຍ ໄດ້ອອກແຈ້ງການໂດຍຊີ້ແຈ້ງວ່າ, ລັດເຊຍ ຈະໜູນຊ່ວຍ ອາກເມນີ ໃນກໍລະນີເກີດບັນດາການປະທະກັນຢູ່ຜືນແຜ່ນດິນຂອງປະເທດນີ້.

ລັດເຊຍ ຈະໜູນຊ່ວຍ ອາກເມນີ ຖ້າຫາກເກີດສົງຄາມໃນຜືນແຜ່ນດິນຂອງປະເທດນີ້ - ảnh 1ກະຊວງການຕ່າງປະເທດລັດເຊຍ

(ພາບປະກອບ: Tass)

ວັນທີ 31 ຕຸລາ, ກະຊວງການຕ່າງປະເທດລັດເຊຍ ໄດ້ອອກແຈ້ງການໂດຍຊີ້ແຈ້ງວ່າ, ລັດເຊຍ ຈະໜູນຊ່ວຍ ອາກເມນີ ໃນກໍລະນີເກີດບັນດາການປະທະກັນຢູ່ຜືນແຜ່ນດິນຂອງປະເທດນີ້.

   ແຈ້ງການຂອງກະຊວງການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ, ກ່ຽວຂ້ອງເຖິງຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ອາກເມນີ  Nikol Pashinyan ທີ່ສົ່ງເຖິງທ່ານປະທານາທິບໍດີສະຫະພັນລັດເຊຍ  Vladimir Putin, ດ້ວຍຄຳສະເໜີເລີ່ມເຂົ້າຮ່ວມການໃຫ້ຄຳປຶກສາ ເພື່ອກຳນົດປະເພດ ແລະ ປະລິມານການໜູນຊ່ວຍທີ່ຝ່າຍລັດເຊຍ ສາມາດສະໜອງໃຫ້ອາກເມນີ ເພື່ອຮັບປະກັນຄວາມໝັ້ນຄົງ. ຝ່າຍລັດເຊຍ ໄດ້ຢືນຢັນຄືນໃໝ່່ຄຳຫມັ້ນສັນຍາ ກ່ຍວກັບພັນທະເປັນພັນທະມິດຂອງຕົນ ທີ່ກ່ຽວຂ້ອງເຖິງ ສ.ອາກເມນີ, ລວມມີບັນດາພັນທະທີ່ເລີ່ມມາຈາກສັນຍາມິດຕະພາບ, ຮ່ວມມື ແລະ ໜູນຊ່ວຍລະຫວ່າງສະຫະພັນລັດເຊຍ ແລະ ສ.ອາກເມນີ ໃນວັນທີ 29 ສິງຫາ 1997.

ແລະກໍ່ໃນແຈ້ງການສະບັບນີ້, ອີກຄັ້ງໜຶ່ງ ກະຊວງການຕ່າງປະເທດລັດເຊຍ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ເຂົ້າຮ່ວມການປະທະກັນຢູ່ Nagorno – Karabakh ຈົ່ງຢຸດຍິງໂດຍທັນທີ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ກັບຄືນສູ່ໂຕະເຈລະຈາຢ່າງແທດຈິງເພື່ອບັນລຸໄດ້ມາດຕະການໂດຍສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ