ລັດເຊຍ ຕຳໜິຕິຕຽນ ອັງກິດຜັນຂະຫຍາຍກ່ຳປັ່ນກອງທັບເຮືອໄປຍັງ ທະເລດຳ

(VOVWORLD) - ປະເທດນີ້ໄດ້ຜັນຂະຫຍາຍກ່ຳປັ່ນສອດແນມ HMS Echo ໄປຍັງ ທະເລດຳເພື່ອສະແດງນ້ຳໃຈສາມັກຄີກັບ ຢູແກຼນ, ພາຍຫຼັງເກີດເຫດການຢູ່ເຂດຊ່ອງແຄບທະເລ Kerch...

ວັນທີ 22 ທັນວາ, ສະຖານທູດ ລັດເຊຍ ປະຈຳ ລອນດອນ ໄດ້ເນັ້ນໜັກວ່າ ອັງກິດ ພວມຍູ້ ຢູແກຼນ ຕົກເຂົ້າສູ່ສະພາບການກະທຳເກາະຜິດດ້ວຍການຜັນຂະຫຍາຍກ່ຳປັ່ນຂອງກອງທັບເຮືອຂອງລາຊະອານາຈັກ ໄປຍັງທະເລດຳ. ວັນທີ 21 ທັນວາ, ທ່ານ Gavin Williamson, ລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ ໃຫ້ຮູ້ວ່າ: ປະເທດນີ້ໄດ້ຜັນຂະຫຍາຍກ່ຳປັ່ນສອດແນມ HMS Echo ໄປຍັງ ທະເລດຳເພື່ອສະແດງນ້ຳໃຈສາມັກຄີກັບ ຢູແກຼນ, ພາຍຫຼັງເກີດເຫດການຢູ່ເຂດຊ່ອງແຄບທະເລ Kerch, ພ້ອມທັງໄດ້ສົ່ງສັນຍານໃຫ້ລັດເຊຍ. ກ່ອນໜ້ານັ້ນ, ສື່ມວນຊົນໄດ້ໃຫ້ຂ່າວວ່າ ກ່ຳປັ່ນລຳນີ້ ແວ່ຢາມຢູ່ນະຄອນທ່າກ່ຳປັ່ນ Odessa ໃນເວລາ 2 – 3 ວັນ ແລະ ຫຼັງຈາກນັ້ນ ຈະດຳເນີນການຊ້ອມຮົບ ກັບກ່ຳປັ່ນທະຫານເຮືອຂອງຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ