ລັດເຊຍ ປະກາດສືບຕໍ່ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ

(VOVWORLD) - ຕາມໂຄສົກທ່ານນີ້ແລ້ວ, ບັ້ນຮົບການທະຫານພິເສດຢູ່ ຢູແກຼນ ຍັງສືບຕໍ່ດຳເນີນໄປ...
ລັດເຊຍ ປະກາດສືບຕໍ່ດຳເນີນບັ້ນຮົບການທະຫານພິເສດຢູ່ ຢູແກຼນ - ảnh 1ທ່ານ Dmitry Peskov, ໂຄສົກວັງ Kremlin (ພາບ:TASS)

ວັນທີ 28 ກັນຍາ, ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານ Dmitry Peskov, ໂຄສົກວັງ Kremlin ປະກາດວ່າ ລັດເຊຍ ຕ້ອງປົດປ່ອຍດິນແດນທັງໝົດຂອງເຂດ Donetsk ພາຍຫຼັງການລົງປະຊາມະຕິ. ຕາມໂຄສົກທ່ານນີ້ແລ້ວ, ບັ້ນຮົບການທະຫານພິເສດຢູ່ ຢູແກຼນ ຍັງສືບຕໍ່ດຳເນີນໄປ, ເປົ້າໝາຍໃນໄລຍະຈະມາເຖິງຂອງບັ້ນຮົບການທະຫານພິເສດແມ່ນຕ້ອງປົດປ່ອຍເຂດດິນແດນນີ້ຢ່າງສົມບູນ. ທ່ານ Peskov ເນັ້ນວ່າ ເຂດ Lugansk ໄດ້ປົດປ່ອຍຢ່າງສົມບູນແລ້ວ.

        ແລະກໍ່ໃນວັນດຽວກັນ, ອາເມລິກາ ໄດ້ປະກາດຈະບໍ່ຮັບຮູ້ບັນດາເຂດດິນແດນຂອງ ຢູແກຼນ ທີ່ຖືກໂຮມເຂົ້າກັນ ລັດເຊຍ ພ້ອມທັງຖືວ່າການລົງປະຊາມະຕິຢູ່ເຂດນີ້ແມ່ນຜິດກົດໝາຍ.

        ໃນສະພາບການອື່ນທີ່ກ່ຽວຂ້ອງ, ວັນທີ 28 ກັນຍາ, ສະຖານທູດ ອາເມລິກາ ປະຈຳ ມົດສະກູ ໄດ້ປະກາດຮຽກຮ້ອງພົນລະເມືອງ ອາເມລິກາ ທີ່ພວມຢູ່ ລັດເຊຍ ຕ້ອງອອກຈາກປະເທດນີ້ທັນທີໃນສະພາບວິກິດການຢູ່ ຢູແກຼນ ພວມປິນຂັ້ນໄດ. ຄຳກ່າວເຕືອນນີ້ໄດ້ຍົກອອກມາພາຍຫຼັງ ທ່ານປະທານາທິບໍດີ ລັດເຊຍ V.Putin ປະກາດບັ້ນຮົບຢູ່ ຢູແກຼນ ປິນຂັ້ນໄດ ດ້ວຍຄຳສັ່ງໃຫ້ກຳລັງໃຈສ່ວນໜຶ່ງ ພ້ອມທັງກ່າວເຕືອນອາດສາມາດນຳໃຊ້ອາວຸດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ