ລັດເຊຍ ປະຕິເສດ ຂ່າວປິດປະຕູສະ ຖານທູດ ແລະ ຖານທີ່ໝັ້ນທະຫານ ເຮືອ ຊີຣີ

ລັດເຊຍ ປະຕິເສດ ຂ່າວປິດປະຕູສະ ຖານທູດ ແລະ ຖານທີ່ໝັ້ນທະຫານ ເຮືອ ຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ກາ​ນຕ່າງປະ​ເທດ ລັ​ດ​ເຊຍ Sergei Lavrov
(ພາບປະກອບຈາກອິນເຕີເນັດ)

(vovworld) - ວັນ​ທີ 28/6, ລັດ​ເຊຍ ​ໄດ້ຄັດຄ້ານ​ແຫຼ່ງຂ່າວທີ່​ວ່າ​ປະ​ເທດ​ນີ້​ປິດ​ປະຕູ​ສະຖານທູດ ລັດ​ເຊຍ ປະຈຳ​ນະຄອນຫຼວງ ດາ​ມາ​ກຸດ ​ແລະ ຖອນພາລະ​ກອນ​ອອກ​ຈາກ​ຖານ​ທີ່​ໝັ້ນ​ທະ​ຫານ​ເຮືອຢູ່​ນະຄອນ Tartus ຂອງ ຊີຣີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງ ມາຣົກ ທ່ານ Saad Eddine El Othmani, ທ່ານ​ລັດຖະມົນຕີ​ກາ​ນຕ່າງປະ​ເທດ ລັ​ດ​ເຊຍ Sergei Lavrov ຊີ້​ແຈ້ງວ່າ: “ບັນດາ​ຂ່າວ​ລື​ນີ້​ບໍ່​ມີ​ມູນ​ຄວາມ​ຈິງ ​ແລະ ​ເກາະ​ຜິດເພື່ອ​ສ້າງຫາ​ງສຽງ​ໃຫ້​ບັນດາ​ກົນອຸບາຍ​ແນ​ໃສ່​ປ່ຽນ​ແປງ​ລະບອບ ຊີຣີ.​​.​. ສະຖານທູດ ລັດ​ເຊຍ​ ພວມ​ເຄື່ອນ​ໄຫວ​ໃນ​ບົດບາດ​ເປັນຄະນະ​ນັກການ​ທູດ​​ແບບປົກກະຕິ, ກໍ່​ຄື​ພວມ​ປະ​ເຊີນ​ໜ້າ​ກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ ​ແລະ ອັນຕະລາຍ”.

ຂ່າວ/ບົດ​ອື່ນ