ລັດເຊຍ ປາດຖະໜາຢາກປັບປຸງການພົວພັນກັບ ອາເມລິກາ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປາດຖະໜາຢາກ ນຳການພົວພັນກັບ ອາເມລິກາ ອອກຈາກໄລຍະວິກິດການຢ່າງຮ້າຍແຮງຄືໃນປະຈຸບັນ.

ວັນທີ 20 ສິງຫາ, ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປາດຖະໜາຢາກ ນຳການພົວພັນກັບ ອາເມລິກາ ອອກຈາກໄລຍະວິກິດການຢ່າງຮ້າຍແຮງຄືໃນປະຈຸບັນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Peskov ກໍ່ຖືວ່າ ຄວາມຫວັງນີ້ອາດຈະບໍ່ໄດ້ຮັບການປະຕິບັດຖ້າຫາກວ່າບໍ່ໄດ້ຮັບສັນຍານດ້ວຍເຈດຕະນາດີຈາກຝ່າຍ ອາເມລິກາ. ແລະ ກໍ່ຕາມເຈົ້າໜ້າທີ່ ມົດສະກູ ແລ້ວ, ການພົວພັນ 2 ຝ່າຍພ້ອມກັບບາງບັນຫາສາກົນຈະແມ່ນເນື້ອໃນຈຸດສຸມໃນການປຶກສາຫາລືທີ່ການພົບປະໃນໄລຍະຈະມາເຖິງລະຫວ່າງທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ John Bolton ແລະ ທ່ານເລຂານຸການສະພາຄວາມໝັ້ນຄົງລັດເຊຍ Nikolai Patrushev.

ຕອບກັບ

ຂ່າວ/ບົດ​ອື່ນ