ລັດ​ເຊຍ ​ຢັ້ງ​ຢືນ​ບຸ​ລິ​ມະ​ສິດການ​ຮ່ວມ​ມື​ກັບ ຕວັກ​ກີ​ໃນ​ບັນ​ຫາ ຊີ​ຣີ

(VOVWORLD) -ວັງ Kremlin ຢັ້ງຢືນການຮ່ວມມືກັບ Ankara ວ່າແມ່ນບຸລິມະສິດແຖວໜ້າ, ພ້ອມທັງຢັ້ງຢືນວ່າ ທ່ານປະທານາທິບໍດີ Vladimir Putin ຈະພົບປະເຈລະຈາກັບຄູ່ຕຳແໜ່ງ ຕວັກກີ Recep Tayyip Erdogan ໃນວັນທີ 5 ມີນາຈະມາເຖິງ. 

ລັດ​ເຊຍ ​ຢັ້ງ​ຢືນ​ບຸ​ລິ​ມະ​ສິດການ​ຮ່ວມ​ມື​ກັບ ຕວັກ​ກີ​ໃນ​ບັນ​ຫາ ຊີ​ຣີ - ảnh 1

ທ່ານປະທານາທິບໍດີ Vladimir Putin ແລະ ທ່ານ ປະທານາທິບໍດີຕວັກກີ Recep Tayyip Erdogan

(ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 2 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ເນັ້ນໜັກວ່າ ລັດເຊຍຖືເປັນສຳຄັນການຮ່ວມມືກັບ ຕວັກກີ. ປັດຈຸບັນສອງຝ່າຍພວມຮັກສາບັນດາຊ່ອງທາງພົວພັນຕິດຕໍ່ເປີດກໍ່ຄືພວມສຸມໃສ່ກະກຽມໃຫ້ແກ່ການພົບປະເຈລະຈາຈະມາເຖິງລະຫວ່າງການນຳສອງທ່ານ.

ແລະກໍ່ໃນວັນດຽວກັນ, ຫ້ອງວ່າການປະທານາທິບໍດີ ຕວັກກີໄດ້ອອກແຈ້ງການໂດຍຊີ້ແຈ້ງວ່າ ທ່ານ ປະທານາທິບໍດີ Erdogan ຄາດວ່າ ຈະມີການຢ້ຽມຢາມ ລັດເຊຍໃນວັນທີ 5 ມີນາ ແລະ ພົບປະເຈລະຈາກັບຄູ່ຕຳແໜ່ງ Vladimir Putin. ທ່ານ Erdogan ຫວັງວ່າ ສອງປະເທດອາດຈະບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ