ລັດເຊຍ ຢືນຢັນສືບຕໍ່ດຳເນີນການເຈລະຈາກັບ ຢູແກຼນ

(VOVWORLD) -ທ່ານ Maria Zakharova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ, ໃຫ້ຮູ້ວ່າ ບັນດາຄະນະຜູ້ຕາງໜ້າ ລັດເຊຍ ແລະ ຢູແກຼນ ຍັງເຄື່ອນໄຫວ ແລະ ວິວັດການເຈລະຈາລະຫວ່າງ 2 ຝ່າຍຍັງບໍ່ທັນສິ້ນສຸດລົງ.
ລັດເຊຍ ຢືນຢັນສືບຕໍ່ດຳເນີນການເຈລະຈາກັບ ຢູແກຼນ - ảnh 1ໂຮງງານເຫຼັກກ້າ Azovstal
(ພາບ: AP)

ວັນທີ 25 ເມສາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ, ພົນທະຫານປະເທດນີ້ຈະຢຸດຍິງພຽງລຳພັງຝ່າຍດຽວ ເພື່ອອະນຸຍາດໃຫ້ສາມັນຊົນອອກຈາກໂຮງງານເຫຼັກກ້າ Azovstal ຢູ່ນະຄອນທ່າກ່ຳປັ່ນ Mariupol ຂອງ ຢູແກຼນ. ຕາມນັ້ນແລ້ວ, ນັບແຕ່ເວລາ 14 ໂມງ ຕາມເວລາທ້ອງຖິ່ນ (18 ໂມງເວລາ ຮ່າໂນ້ຍ) ຂອງວັນດຽວກັນ, ກອງທັບ ລັດເຊຍ ຈະຖອນກົມກອງອອກໄປໃນໄລຍະຫ່າງທີ່ປອດໄພ ເພື່ອຮັບປະກັນໃຫ້ການຍົກຍ້າຍພົນລະເມືອງຢູ່ Azovstal. ສາມັນຊົນໝົດທຸກຄົນທີ່ພວມຕິດຄ້າງຢູ່ໂຮງງານສາມາດອອກຈາກເຂດນີ້ຕາມເສັ້ນທາງທີ່ເຂົາເຈົ້າໄດ້ເລືອກເອົາ.

        ໃນວັນດຽວກັນ, ທ່ານ Maria Zakharova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ, ໃຫ້ຮູ້ວ່າ ບັນດາຄະນະຜູ້ຕາງໜ້າ ລັດເຊຍ ແລະ ຢູແກຼນ ຍັງເຄື່ອນໄຫວ ແລະ ວິວັດການເຈລະຈາລະຫວ່າງ 2 ຝ່າຍຍັງບໍ່ທັນສິ້ນສຸດລົງ.

        ໃນເຫດການທີ່ກ່ຽວຂ້ອງ, ເລຂາສື່ມວນຊົນຂອງປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ, ວັນທີ 26 ເມສາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ມາ ມົດສະກູ ເພື່ອດຳເນີນການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ພົບປະເຈລະຈາກັບທ່ານປະທານາທິບໍດີ Vladimir Putin.

ຕອບກັບ

ຂ່າວ/ບົດ​ອື່ນ