ລັດ​ເຊຍ ຢືນ​ຢັນ​ຫຼັກ​ໝັ້ນ​ໃນ​ບັນ​ຫາ ຢູ​ແກຼນ ເຂົ້າ​ເປັນ​ສະ​ມາ​ຊິກ ນາ​ໂຕ ຄືນ​ໃໝ່

(VOVWORLD) - ວັງ ແກຼມລິນ ຍັງໃຫ້ຮູ້ວ່າ: ມົດສະກູ ຫວັງວ່າ ວໍຊິງຕັນ ຈະນຳສະເໜີວິໄສທັດກ່ຽວກັບມາດຕະການສັນຕິພາບໃຫ້ແກ່ ຢູແກຼນ ພາຍຫຼັງທີ່ ອາເມລິກາ ສຳເລັດການປຶກສາຫາລືກັບບັນດາຄູ່ຮ່ວມມື ເອີລົບ ແລະ ຢູແກຼນ.

  ໃນສະພາບການທີ່ບັນດາຄວາມມານະພະຍາຍາມເຈລະຈາ ຢຸດຕິການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ສືບຕໍ່ໄດ້ຮັບການຊຸກຍູ້, ວັນທີ 15 ທັນວາ, ທ່ານ Dmitry Peskov ໂຄສົກວັງ ແກຼມລິນໄດ້ຢັ້ງຢືນຄືນໃໝ່ວ່າເລື່ອງຮັບປະກັນຢູແກຼນ ບໍ່ເຂົ້າເປັນສະມາຊິກອົງການ ນາໂຕ ແມ່ນໜຶ່ງໃນບັນດາບັນຫາແກ່ນສານ, ທີ່ຕ້ອງປຶກສາຫາລືຕ່າງຫາກ. ຄຽງຂ້າງນັ້ນ, ວັງ ແກຼມລິນ ຍັງໃຫ້ຮູ້ວ່າ: ມົດສະກູ ຫວັງວ່າ ວໍຊິງຕັນ ຈະນຳສະເໜີວິໄສທັດກ່ຽວກັບມາດຕະການສັນຕິພາບໃຫ້ແກ່ ຢູແກຼນ ພາຍຫຼັງທີ່ ອາເມລິກາ ສຳເລັດການປຶກສາຫາລືກັບບັນດາຄູ່ຮ່ວມມື ເອີລົບ ແລະ ຢູແກຼນ.

  ແລະ ກໍ່ໃນວັນທີ 15 ທັນວາ, ທີ່ບັນດາການປະຊຸມຢູ່ນະຄອນຫຼວງ ແບກແລງ ປະເທດ ເຢຍລະມັນ, ບັນດາການນຳ ເອີລົບ ໄດ້ເຫັນດີເປັນເອກະພາບວ່າ ຢູແກຼນ ຕ້ອງໄດ້ຮັບປະກັນຄວາມໝັ້ນຄົງຢ່າງໝັ້ນແກ່ນ ລວມທັງ “ກຳລັງນາໆຊາດ” ໂດຍ ເອີລົບ ນຳໜ້າດ້ວຍການໜູນຊ່ວຍຂອງ ອາເມລິກາ ກ່ອນທີ່ຈະຍົກອອກບໍ່ວ່າຄຳຕັດສິນໃດໆ ກ່ຽວກັບການປະນີປະນອມຜືນແຜ່ນດິນທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ