ລັດ​ເຊຍ ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ທຸກ​ປະ​ເທດ​ຜ່ານ​ຊ່ອງ​ທາງ​ການທູດ

(VOVWORLD) - ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ, ສະພາບການຂາດວັກຂາດຕອນໃນປັດຈຸບັນ ລະຫວ່າງການພົວພັນລະຫວ່າງ ລັດເຊຍ - ເຢຍລະມັນ ບໍ່ມີຜົນປະໂຫຍດໃຫ້ແກ່ຝ່າຍໃດ.
ລັດ​ເຊຍ ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ທຸກ​ປະ​ເທດ​ຜ່ານ​ຊ່ອງ​ທາງ​ການທູດ - ảnh 1ທ່ານປະທານາທິບໍດີ Vladimir Putin (ພາບ: Reuters)

ວັນທີ 4 ທັນວາ, ຢູ່ວັງ Kremlin, ເອກອັກຄະລັດຖະທູດ ຂອງ 21 ປະເທດ ໄດ້ຍື່ນສານຕາຕັ້ງເຖິງທ່ານປະທານາທິບໍດີ ລັດເຊຍ Vladimir Putin ເຊິ່ງມີຕາງໜ້າຂອງບັນດາປະເທດຄື: ເຢຍລະມັນ, ອັງກິດ, ຊູແອັດ, ຕວັກກີ, ສະໂລວານີ, ອົດສະຕາລີ, ກາຊັກສະຖານ, ສ.ເກົາຫຼີ… ກ່າວຄຳເຫັນທີ່ພິທີ, ທ່ານປະທານາທິບໍດີ Vladimir Putin ໄດ້ສະແດງຄວາມປາດຖະໜາຢາກພັດທະນາການພົວພັນກັບບັນດາປະເທດຜ່ານຊ່ອງທາງການທູດ.

ກ່ຽວກັບການພົວພັນ ລະຫວ່າງ ລັດເຊຍ - ເຢຍລະມັນ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ, ສະພາບການຂາດວັກຂາດຕອນໃນປັດຈຸບັນ ລະຫວ່າງການພົວພັນສອງປະເທດ ບໍ່ມີຜົນປະໂຫຍດໃຫ້ແກ່ຝ່າຍໃດ. ລັດເຊຍ ສະໜັບສະໜູນການຮ່ວມມືທີ່ມີຄວາມສະເໝີພາບນີ້. ທ່ານຢ້ຳຄືນວ່າ ນອກຈາກບັນດາການພົວພັນການເມືອງ ແລະ ເສດຖະກິດກ່ອນໜ້ານັ້ນ, ລັດເຊຍ ແລະ ເຢຍລະມັນ ກໍ່ໄດ້ປະສົມຜົນສຳເລັດ ໃນການພັດທະນາບັນດາການພົວພັນໃນຂົງເຂດວິທະຍາສາດ, ການສຶກສາ, ວັດທະນະທຳ ແລະ ມະນຸດສະທຳນຳອີກ. ບັນດາການພົວພັນຄືດັ່ງນີ້ ບໍ່ພຽງແຕ່ສຳຄັນສຳລັບສອງປະເທດເທົ່ານັ້ນ ຫາກຍັງມີຜົນປະໂຫຍດໃຫ້ແກ່ທົ່ວເອີລົບອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ