ລັດເຊຍ - ສປປ ເກົາຫຼີ ຕີລາຄາຕັ້ງໜ້າກ່ຽວກັບການເຈລະຈາຂອງການນຳຂອງປະເທດຢູ່ເຂດຕາເວັນອອກໄກ

(VOVWORLD) - ເຖິງວ່າບໍ່ໄດ້ອອກຖະແຫຼງການຮ່ວມ ແຕ່ບັນດາຝ່າຍລ້ວນແຕ່ຕີລາຄາຕັ້ງໜ້າ ກ່ຽວກັບການພົວພັນສອງຝ່າຍ. ການນຳ ສປປ ເກົາຫຼີ ເຊື່ອໝັ້ນວ່າ ການຢ້ຽມຢາມ ລັດເຊຍ ແລະ ການພົບປະເຈລະຈາກັບທ່ານປະທານາທິບໍດີ Vladimir Putin...
ລັດເຊຍ - ສປປ ເກົາຫຼີ ຕີລາຄາຕັ້ງໜ້າກ່ຽວກັບການເຈລະຈາຂອງການນຳຂອງປະເທດຢູ່ເຂດຕາເວັນອອກໄກ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ Kim Jong Un, ການນຳ ສປປ ເກົາຫຼີ
(ພາບ: AFP/TTXVN)

ວັນທີ 13 ກັນຍາ, ຢູ່ແຂວງ Amur ຂຶ້ນກັບເຂດຕາເວັນອອກໄກຂອງ ລັດເຊຍ, ໄດ້ຈັດການພົບປະເຈລະຈາລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ Kim Jong Un, ການນຳ ສປປ ເກົາຫຼີ. ໂຄງການດຳເນີນງານລວມມີບັນດາບັນຫາກ່ຽວກັບການຮ່ວມມືສອງຝ່າຍ, ຄື: ການພົວພັນດ້ານການຄ້າ, ເສດຖະກິດ ແລະ ແລກປ່ຽນວັດທະນະທຳ, ກໍ່ຄືສະພາບການໃນພາກພື້ນ ແລະ ໃນໂລກ. ເຖິງວ່າບໍ່ໄດ້ອອກຖະແຫຼງການຮ່ວມ ແຕ່ບັນດາຝ່າຍລ້ວນແຕ່ຕີລາຄາຕັ້ງໜ້າ ກ່ຽວກັບການພົວພັນສອງຝ່າຍ. ການນຳ ສປປ ເກົາຫຼີ ເຊື່ອໝັ້ນວ່າ ການຢ້ຽມຢາມ ລັດເຊຍ ແລະ ການພົບປະເຈລະຈາກັບທ່ານປະທານາທິບໍດີ Vladimir Putin ຄັ້ງນີ້ຈະແມ່ນກຳລັງຫນູນໃຫ້ແກ່ການສ້າງສາຍພົວພັນຮ່ວມມືຍຸດທະສາດທີ່ບໍ່ສາມາດມ້າງທຳລາຍໄດ້ລະຫວ່າງບັນດາປະເທດບ້ານໃກ້ເຮືອນຄຽງ.

        ສຳລັບລັດເຊຍ ແລ້ວ, ເມື່ອຕອບສຳພາດຊ່ອງໂທລະພາບ Russia – 1, ທ່ານປະທານາທິບໍດີ Vladimir Putin ຢັ້ງຢືນວ່າ ການພົບປະເຈລະຈາກັບບັນດາການນຳ ສປປ ເກົາຫຼີ ແມ່ນມີປະສິດທິຜົນ ແລະ ກົງໄປກົງມາ. ທ່ານ Vladimir Putin ເນັ້ນໜັກວ່າ: ປະຈຸບັນ, ລະຫວ່າງສອງປະເທດພວມມີ “ຫຼາຍໂຄງການທີ່ເປັນໜ້າສົນໃຈ”, ເຊິ່ງລວມມີ: ກະສິກຳ, ກໍ່ຄືເຊື່ອມຕໍ່ຄົມມະນາຄົມ ແລະ ພະລາທິການ.

ຕອບກັບ

ຂ່າວ/ບົດ​ອື່ນ