ລັດເຊຍ ສະເໜີ ອາເມລິກາ ຕໍ່ກຳນົດເວລາສົນທິສັນຍາ START ໃໝ່

(VOVWORLD) - ວັນທີ 27 ພະຈິກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Ryabkov ປະກາດວ່າ ປະເທດນີ້ໄດ້ສະເໜີ ອາເມລິກາ ຕໍ່ກຳນົດເວລາສົນທິສັນຍາຫລຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (START ໃໝ່) ຕື່ມອີກ 5 ປີ ຫຼື ໄລຍະເວລາສັ້ນກ່ວາ.
ລັດເຊຍ ສະເໜີ ອາເມລິກາ ຕໍ່ກຳນົດເວລາສົນທິສັນຍາ START ໃໝ່ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Ryabkov (ພາບ: themoscowtimes)

        START ໃໝ່, ຍັງເອີ້ນວ່າ START-3, ໂດຍ ອາເມລິກາ ແລະ ລັດເຊຍ ເຊັນໃນປີ 2010, ມີຜົນສັກສິດໃນປີ 2011 ແລະ ຄາດວ່າ ຈະແກ່ຍາວໜ້ອຍສຸດແມ່ນຮອດປີ 2021. ສົນທິສັນຍາກຳນົດວ່າ ແຕ່ລະຝ່າຍຫລຸດຜ່ອນສາງອາວຸດບຸກໂຈມຕີຍຸດທະສາດຂອງຕົນ ເພື່ອໃຫ້ພາຍຫລັງ 7 ປີ, ນັບແຕ່ມື້ສົນທິສັນຍາມີຜົນສັກສິດ, ຍອດຈຳນວນອາວຸດບໍ່ໄດ້ລື່ນກາຍຂໍ້ຕົກລົງຂອງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ