ລັດເຊຍ ສະເໜີສະຫະປະຊາຊາດຈັດກອງປະຊຸມກ່ຽວກັບບັນຫາຢູ່ໂຮງງານ Zaporizhzhia

(VOVWORLD) -ມົດສະກູ ໄດ້ປະຕິບັດທຸກມາດຕະການທີ່ຈຳເປັນ ເພື່ອສະກັດກັ້ນໂສກນາດຕະກຳຢູ່ໂຮງງານໄຟຟ້ານິວເຄຼຍດັ່ງກ່າວ.
ລັດເຊຍ ສະເໜີສະຫະປະຊາຊາດຈັດກອງປະຊຸມກ່ຽວກັບບັນຫາຢູ່ໂຮງງານ Zaporizhzhia - ảnh 1ໂຮງງານໄຟຟ້ານິວເຄຼຍ Zaporizhzhia
(ພາບ: AFP/TTXVN)

ວັນທີ 22 ສິງຫາ, ທ່ານຮອງເອກອັກຄະລັດຖະທູດ ລັດເຊຍ ປະຈຳ ສະຫະປະຊາຊາດ Dmitry Polyanskiy ໃຫ້ຮູ້ວ່າ, ປະເທດນີ້ໄດ້ສະເໜີຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດກອງປະຊຸມທີ່ກ່ຽວຂ້ອງເຖິງໂຮງງານໄຟຟ້ານິວເຄຼຍ Zaporizhzhia ຢູ່ ຢູແກຼນ.

        ໃນວັນດຽວກັນ, ທ່ານປະທານກຳມາທິການການຕ່າງປະເທດຂອງສະພາຕ່ຳລັດເຊຍ Leonid Slutsky ໃຫ້ຮູ້ວ່າ, ມົດສະກູ ໄດ້ປະຕິບັດທຸກມາດຕະການທີ່ຈຳເປັນ ເພື່ອສະກັດກັ້ນໂສກນາດຕະກຳຢູ່ໂຮງງານໄຟຟ້ານິວເຄຼຍດັ່ງກ່າວ. ທ່ານ Slutsky ສະແດງຄວາມວິຕົກກັງວົນຕໍ່ສະພາບຕົວຈິງທີ່ວ່າ ນັບມື້ນັບມີຫຼາຍປະເທດສະໜອງອາວຸດໃຫ້ແກ່ Kiev ແທນທີ່ສົນໃຈເຖິງສະພາບການຢູ່ອ້ອມໂຮງງານໄຟຟ້ານິວເຄຼຍ. ທ່ານກໍ່ຮຽກຮ້ອງໃຫ້ສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ຮ່ວມມືກັບ ລັດເຊຍ ໃນຂົງເຂດຄວາມປອດໄພດ້ານນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ