ລັດ​ເຊຍ - ຫວຽດ​ນາມ ນ້ຳ​ໃຈ​ມິດ​ຕະ​ພາບ​ຜ່ານຜ່າຫຼ​າຍ​ທົດ​ສະ​ວັດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ, ວັນທີ 29 ມັງກອນ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດມີບົດຂຽນໃນຫົວຂໍ້ “ລັດເຊຍ ແລະ ຫວຽດນາມ: ນ້ຳໃຈມິດຕະພາບຜ່ານຜ່າຫຼາຍທົດສະວັດ”.
ລັດ​ເຊຍ - ຫວຽດ​ນາມ ນ້ຳ​ໃຈ​ມິດ​ຕະ​ພາບ​ຜ່ານຜ່າຫຼ​າຍ​ທົດ​ສະ​ວັດ - ảnh 1 ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດລັດເຊຍ (ພາບ: TTXVN)

ໃນບົດຂຽນ, ທ່ານ Sergey Lavrov ໄດ້ເນັ້ນໜັກວ່າ ປີ 2020 ແມ່ນປີພິເສດດ້ວຍຫຼາຍພິທີ ສະເຫຼີມສະຫຼອງໃນ ປະຫວັດສາດແຫ່ງການພົວພັນ ລັດເຊຍ - ຫວຽດນາມ. ໜຶ່ງໃນບັນດາເຫດການສຳຄັນທີ່ສຸດແມ່ນການສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

        ວັນທີ 30 ມັງກອນ ປີ 1950, ໂຊວຽດ ແມ່ນໜຶ່ງໃນບັນດາປະເທດທຳອິດ ທີ່ຮັບຮອງເອົາລັດ ຫວຽດນາມ, ຜ່ານນັ້ນສ້າງພື້ນຖານໃຫ້ແກ່ການພົວພັນມິດຕະພາບ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ສອງປະເທດໃນຫຼາຍທົດສະວັດທີ່ຜ່ານມາ. ການຮ່ວມມືລະຫວ່ງ ມົດສະກູ ແລະ ຮ່າໂນ້ຍໄດ້ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງຜ່ານການເວລາ, ໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ, ມີລັກສະນະຫຼາຍຮູບແບບ ແລະ ມີຄວາມພິເສດຢ່າງແທດຈິງ.

        ສິ້ນສຸດບົດຂຽນ, ທ່ານ Lavrov ໄດ້ຢັ້ງຢືນວ່າ ກ່ວາ 70 ປີ ທີ່ຜ່ານມາ, ສິ່ງສຳຄັນທີ່ສຸດແມ່ນ ນ້ຳໃຈມິດຕະພາບລະຫວ່າງສອງຊາດ ແລະ ຄວາມເຂົ້າໃຈ ເຊິ່ງກັນແລະກັນຢ່າງຈິງໃຈທີ່ ໄດ້ຖ່າຍທອດຜ່ານຫຼາຍທົດສະວັດ. 2 ປະເທດຕ້ອງປົກປັກຮັກສາມໍລະດົກນີ້ ແລະ ຖ່າຍທອດໃຫ້ແກ່ຄົນລຸ້ນໜຸ່ມ ຍ້ອນວ່າ ເຂົາເຈົ້າຈະແມ່ນກຳລັງປະຈັນບານໃນການເປີດກ້ວາງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ລັດເຊຍ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ