ລັດເຊຍ, ອາເມລິກາ ເຊື່ອມຕໍ່ການຕິດຕໍ່ພົວພັນ 2 ຝ່າຍຄືນໃໝ່

(VOVWORLD) - ວັນທີ 23 ສິງຫາ, ທ່ານເລຂາສະພາຄວາມໝັ້ນຄົງ ລັດເຊຍ Nikolai Patrushevໃຫ້ຮູ້ວ່າ: ທ່ານ ແລະ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ John Bolton ໄດ້ເຫັນດີເປັນເອກະພາບເຊື່ອມຕໍ່ການຕິດຕໍ່ພົວພັນລະຫວ່າງ 2 ກະຊວງການຕ່າງປະເທດ ແລະ 2 ກະຊວງປ້ອງກັນປະເທດຂອງ 2 ປະເທດຄືນໃໝ່.

ຕາມສຳນັກຂ່າວສານ RIA ຂອງລັດເຊຍ ແລ້ວ, ທ່ານ Patrushev ໃຫ້ຮູ້ຕື່ມອີກວ່າ 2 ຝ່າຍບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງເລີ່ມເຄື່ອນໄຫວ ການພົບປະລະຫວ່າງ 2 ຫົວໜ້າເສນາທິການໃຫຍ່ຂອງກອງທັບ 2 ປະເທດຄືນໃໝ່. ນອກນັ້ນ, ທ່ານ Patrushev ກໍ່ເຊີນທ່ານ Bolton ແລະ ວົງການເຈົ້າໜ້າທີ່ ອາເມລິກາ ໄປຍັງ ລັດເຊຍ ເພື່ອດຳເນີນບັນດາການເຈລະຈາໃນອະນາຄົດ, ແຕ່ວ່າ 2 ຝ່າຍຍັງບໍ່ທັນເປັນເອກະພາບກ່ຽວກັບໄລຍະເວລາດຳເນີນການເຈລະຈາຄັ້ງຕໍໍ່ໄປເທື່ອ. ຕາມທ່ານ Patrushev ແລ້ວ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການ ຊີຣີ, ຢູແກຼນ, ບັນຫາຄວາມໝັ້ນຄົງໃນເຄືອຂ່າຍອິນເຕີເນັດແລະ ນິວເຄຼຍ.

        ສ່ວນທ່ານ John Bolton ກໍ່ເຕື້ອງເຖິງເລື່ອງ ອີຣານ ຄວນຖອນກຳລັງອອກຈາກ ຊີຣີ ຕາມແຕ່ລະໄລຍະ.

ຕອບກັບ

ຂ່າວ/ບົດ​ອື່ນ