ລັດ​ເຊຍ ຮຽກ​ຮ້ອງ​ໃຫ້​ເລີ່ມ​ເຄື່ອນ​ໄຫວ​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ເພິງ​ທາງ​ທິດ​ເໜືອເລກ 2 ໄວ​ທີ່​ສຸດ​ເທົ່າ​ທີ່​ໄວ​ໄດ້

(VOVWORLD) -ທໍ່ສົ່ງນ້ຳມັນເຊື້ອເພິງທາງທິດເໜືອ (Nord Stream) ເລກ 2 ມີຄວາມຍາວ 1.230 ກິໂລແມັດ ແລ່ນແຕ່ ລັດເຊຍ ໄປຍັງ ເຢຍລະມັນ ຢູ່ໃຕ້ພື້ນທະເລ Baltic  ດ້ວຍສະມັດຕະພາບ 55 ຕື້ ແມັດກ້ອນຕໍ່ປີ. 

ລັດ​ເຊຍ ຮຽກ​ຮ້ອງ​ໃຫ້​ເລີ່ມ​ເຄື່ອນ​ໄຫວ​ທໍ່​ສົ່ງ​ນ້ຳ​ມັນ​ເຊື້ອ​ເພິງ​ທາງ​ທິດ​ເໜືອເລກ 2 ໄວ​ທີ່​ສຸດ​ເທົ່າ​ທີ່​ໄວ​ໄດ້ - ảnh 1(ພາບເອກະສານ: AFP/TTXVN)

ວັນທີ 10 ກັນຍາ, ວັງ Kremlin ຮຽກຮ້ອງໃຫ້ເລີ່ມເຄື່ອນໄຫວທໍ່ສົ່ງນ້ຳມັນເຊື້ອເພິງທາງທິດເໜືອ (Nord Stream)ເລກ 2 ໄວທີ່ສຸດເທົ່າທີ່ໄວໄດ້, ພາຍຫຼັງທີ່ ລັດເຊຍ ຢັ້ງຢືນວ່າ ໂຄງການນີ້ໄດ້ກໍ່ສ້າງຢ່າງສຳເລັດ.

ທໍ່ສົ່ງນ້ຳມັນເຊື້ອເພິງທາງທິດເໜືອ (Nord Stream)ເລກ 2 ມີຄວາມຍາວ 1.230 ກິໂລແມັດ ແລ່ນແຕ່ ລັດເຊຍ ໄປຍັງ ເຢຍລະມັນ ຢູ່ໃຕ້ພື້ນທະເລ Baltic  ດ້ວຍສະມັດຕະພາບ 55 ຕື້ ແມັດກ້ອນຕໍ່ປີ. ທໍ່ສົ່ງນ້ຳມັນເຊື້ອເພິງທາງທິດເໜືອ (Nord Stream)ເລກ 2 ມີມູນຄ່າ 11 ຕື້ USD, ພ້ອມກັບທໍ່ສົ່ງນ້ຳມັນເຊື້ອເພິງ ທາງທິດເໜືອ (Nord Stream) ໃນປັດຈຸບັນ ຈະຊ່ວຍໃຫ້ ລັດເຊຍ ຂົນສົ່ງນ້ຳມັນເຊື້ອເພິງໄປຍັງ ເອີຣົບ ໂດຍບໍ່ຈຳເປັນຕໍ່ສົ່ງຂ້າມປະເທດ ຢູແກຼນ, ເຊິ່ງເປັນບັນຫາທີ່ກໍ່ຄວາມເຄັ່ງຕຶງໃນສາຍພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ