ລັດເຊຍ ແລະ ຈີນ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຫຼາຍ​ຝ່າຍ

(VOVWORLD) - ທ່ານ ລັດຖະມົນຕີ Lavrov ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຈີນ ໃນຫຼາຍຂົງເຂດຄືເສດຖະກິດ, ການຄ້າ, ກິລາ. 
ລັດເຊຍ ແລະ ຈີນ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດຫຼາຍ​ຝ່າຍ - ảnh 1ການພົບປະເຈລະຈາ ລະຫວ່າງສອງປະເທດ (ພາບ: ກະຊວງການຕ່າງປະເທດ ຈີນ)

ວັນທີ 18 ກັນຍາ, ຢູ່ ມົດສະກູ, ສະຫະພັນ ລັດເຊຍ, ທ່ານລັດຖະມົນຕີກະຊວງການຕ່ງປະເທດ ຈີນ ຫວາງອີ ມີການພົບປະເຈລະຈາກັບຄູ່ຮ່ວມຕຳແໜ່ງລັດເຊຍ Sergei Lavrov. ຢູ່ການພົບປະເຈລະຈາ, ທ່ານ ຫວາງອີ ໄດ້ຢັ້ງຢືນວ່າ ສອງປະເທດລວ້ນແຕ່ເດີນຕາມນະໂຍບາຍການທູດເອກະລາດ, ການຮ່ວມມືສອງຝ່າຍ ບໍ່ແນໃສ່ຝ່າຍທີສາມ, ພ້ອມທັງເນັ້ນໜັກວ່າ ຈີນ ແລະ ລັດເຊຍ ມີຄວາມຮັບຜິດຊອບຢ່າງໃຫຍ່ຫຼວງໃນການຮັກສາຄວາມສະຖຽນລະພາບຍຸດທະສາດ ທົ່ວໂລກ, ຕ້ອງສືບຕໍ່ເພີ່ມທະວີການສົມທົບດ້ານຍຸດທະສາດ.

ສ່ວນທ່ານ ລັດຖະມົນຕີ Lavrov ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ຈີນ ໃນຫຼາຍຂົງເຂດຄືເສດຖະກິດ, ການຄ້າ, ກິລາ. ທ່ານຮຽກຮ້ອງໃຫ້ສອງປະເທດຍູ້ແຮງການຮ່ວມມືໃນບັນດາຂອບເຂດຫຼາຍຝ່າຍ. ທ່ານຊີ້ໃຫ້ເຫັນວ່າການຮ່ວມມືລະຫວ່າງ ລັດເຊຍ ແລະ ຈີນ ສວມບົດບາດສຳຄັນໃນການຮັບປະກັນຄວາມດຸ່ນດ່ຽງດ້ານຜົນປະໂຫຍດໃນບັນດາວິວັດທະນາການພວມພັດທະນາ ຕາມຫຼາຍທິດທີ່ແຕກຕ່າງກັນ ຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ