ລັດເຊຍ ແລະ ຊະອຸດີ ອາຣັບບີ ສືບຕໍ່ຫຼຸດແຫຼ່ງສະໜອງນ້ຳມັນ

(VOVWORLD) - ລາຄານ້ຳມັນໄດ້ເພີ່ມຂຶ້ນຢ່າງແຮງພາຍຫຼັງທີ່ 2 ປະເທດນີ້ຖະແຫຼງຫຼຸດຜ່ອນປະລິມານນ້ຳມັນລົງໃນຕົ້ນເດືອນ ກໍລະກົດ ຜ່ານມາ.
ລັດເຊຍ ແລະ ຊະອຸດີ ອາຣັບບີ ສືບຕໍ່ຫຼຸດແຫຼ່ງສະໜອງນ້ຳມັນ - ảnh 1(ພາບປະກອບ: AP/TTXVN)

        ວັນທີ 03 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Alexander Novak ໃຫ້ຮູ້ວ່າ, ປະເທດນີ້ຈະຫຼຸດການສົ່ງອອກນ້ຳມັນປະມານ 300.000 ຖັງຕໍ່ວັນໃນເດືອນ ກັນຍາ ຈະມາເຖິງ. ທ່ານ Alexander Novak ຊີ້ແຈ້ງວ່າ ເລື່ອງຫຼຸດຜ່ອນປະລິມານສົ່ງອອກດັ່ງກ່າວນອນໃນຄວາມມານະພະຍາຍາມສ້າງຕະຫຼາດນ້ຳມັນໃຫ້ມີຄວາມດຸ່ນດ່ຽງ. ກ່ອນໜ້ານັ້ນ, ລັດເຊຍ ໄດ້ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນປະລິມານນ້ຳມັນລົງ 500.000 ຖັງຕໍ່ວັນ, ເທົ່າກັບ 5% ປະລິມານນ້ຳມັນຂອງປະເທດນີ້, ນັບແຕ່ເດືອນ ມີນາ ຮອດທ້າຍປີ 2023. ໃນວັນດຽວກັນ, ເຈົ້າໜ້າທີ່ທ່ານໜຶ່ງຂອງ ຊະອຸດີ ອາຣັບບີ ກໍ່ໃຫ້ຮູ້ວ່າ ຈະສືບຕໍ່ປະຕິບັດເລື່ອງຫຼຸດຜ່ອນປະລິມານ 1 ລ້ານຖັງຕໍ່ວັນໂດຍຄວາມສະໝັກໃຈຕື່ມອີກ 1 ເດືອນ, ຮອດທ້າຍເດືອນ ກັນຍາ.

        ລັດເຊຍ ແມ່ນປະເທດສົ່ງອອກນ້ຳມັນໃຫຍ່ທີ 2 ໃນໂລກ ຖັກຈາກ ຊະອຸດີ ອາຣັບບີ. ລາຄານ້ຳມັນໄດ້ເພີ່ມຂຶ້ນຢ່າງແຮງພາຍຫຼັງທີ່ 2 ປະເທດນີ້ຖະແຫຼງຫຼຸດຜ່ອນປະລິມານນ້ຳມັນລົງໃນຕົ້ນເດືອນ ກໍລະກົດ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ