ລັດເຊຍ ແລະ ອາເມລິກາ ເຫັນດີເປັນເອກະພາບຈະຈັດຕັ້ງການພົບປະສຸດຍອດ

(VOVWORLD) - ມົດສະກູ ແລະ ວໍຊິງຕັນ ໄດ້ເຊັນຂໍ້ຕົກລົງດຳເນີນການພົບປະສຸດຍອດລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump.
ລັດເຊຍ ແລະ ອາເມລິກາ ເຫັນດີເປັນເອກະພາບຈະຈັດຕັ້ງການພົບປະສຸດຍອດ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump (ພາບ: AFP/TTXVN)

ວັນທີ 27 ມິຖຸນາ, ຜູ້ຊ່ວຍວຽກກ່ຽວກັບນະໂຍບາຍພົວພັນຕ່າງປະເທດຂອງທ່ານປະທານາທິບໍດີ ລັດເຊຍ ທ່ານ Yuri Ushakov ໃຫ້ຮູ້ວ່າ: ການພົບປະສຸດຍອດລະຫວ່າງການນຳ ລັດເຊຍ - ອາເມລິກາ 2 ທ່ານ ຈະດຳເນີນຢູ່ປະເທດທີ 3 ມີຄວາມສະດວກໃຫ້ທັງ 2 ຝ່າຍ ແລະ ວຽກງານກະກຽມຈະໃຊ້ເວລາປະມານ 2 – 3 ອາທິດ. ຕາມທ່ານ  Yuri Ushakov ແລ້ວ, 2 ຝ່າຍຈະແຈ້ງໃຫ້ກັນຊາບກ່ຽວກັບເວລາ ແລະ ສະຖານທີ່ດຳເນີນການພົບປະສຸດຍອດດັ່ງກ່າວໃນວັນທີ 28 ມິຖຸນາ.

        ແຈ້ງການດັ່ງກ່າວໂດຍທ່ານ Yuri Ushakov ຍົກອອກມາພາຍຫລັງທ່ານປະທານາທິບໍດີ Putin ແລະ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ທ່ານ John Bolton ໄດ້ມີການປຶກສາຫາລືກ່ຽວກັບການພົວພັນ ລັດເຊຍ - ອາເມລິກາ ຢູ່ວັງ Kremlin. ທ່ານ Yuri Ushakov ໃຫ້ຮູ້ວ່າ: ການພົບປະສຸດຍອດລະຫວ່າງ Putin – Trump ອາດຈະແກ່ຍາວເປັນເວລາ 2 – 3 ຊົ່ວໂມງ, ໃນນັ້ນ ມີບັນດາການສົນທະນາໂດຍກົງ ແລະ ການປະຊຸມຂ່າວກັບວົງການສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ