ລັດ​ເຊຍ: ໝາກ​ຜົນ​ການ​ເຈ​ລະ​ຈາ​ຂຶ້ນ​ກັບ​ຄວາມ​ພ​້ອມ​ຂອງ ຢູ​ແກຼນ

(VOVWORLD) - ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຕວັກກີ Mevlut Cavusoglu ໃນວັນທີ 20 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຊີ້ແຈ້ງວ່າ ໝາກຜົນຂອງການເຈລະຈາກັບ ຢູແກຼນ ແມ່ນຂຶ້ນກັບຄວາມພ້ອມຂອງ Kiev ໃນການຄິດໄລ່ຊັ່ງຊາຄຳຮຽກຮ້ອງຕ້ອງການອັນຊອບທຳຂອງ ມົດສະກູ.
ລັດ​ເຊຍ: ໝາກ​ຜົນ​ການ​ເຈ​ລະ​ຈາ​ຂຶ້ນ​ກັບ​ຄວາມ​ພ​້ອມ​ຂອງ ຢູ​ແກຼນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: mid.ru)

ການຖະແຫຼງຂ່າວຂອງ ກະຊວງການຕ່າງປະເທດ ລັດເຊຍ ໄດ້ຊີ້ແຈ້ງວ່າ: “ສຳລັບແງ່ຫວັງກ່ຽວກັບວິວັດທະນາການເຈລະຈາ ລະຫວ່າງ ລັດເຊຍ - ຢູແກຼນ, ດ້ວຍທັດສະນະຫຼັກການທີ່ບໍ່ມີການປ່ຽນແປງ ເຊິ່ງ ລັດເຊຍ ໄດ້ຢືນຢັນມາແລ້ວວ່າ: ໝາກຜົນຂອງການເຈລະຈາ ທັງໝົດແມ່ນຂຶ້ນກັບຄວາມພ້ອມຂອງ Kiev ໃນການຄິດໄລ່ຊັ່ງຊາເຖິງຄຳຮຽກຮ້ອງຕ້ອງການອັນຊອບທຳຂອງພວກຂ້າພະເຈົ້າ”.

        ນອກຈາກນັ້ນແລ້ວ, ລັດຖະມົນຕີ 2 ທ່ານ ກໍໄດ້ປຶກສາຫາລືກ່ຽວກັບບາດກ້າວເດີນລວມທີ່ມີຄວາມເປັນໄປໄດ້ລະຫວ່າງບັນດາກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດຂອງ ລັດເຊຍ ແລະ ຢູແກຼນ ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ສາມັນຊົນຢູ່ ຢູແກຼນ, ນັບທັງຊາວຕ່າງປະເທດອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ