ລັດເຊຍ:ຂະບວນລົດ ກູ້ຊ່ວຍອອກຈາກຢູແກຼນ ດ້ວຍບັນດາຕູ້ລົດ ບໍ່ມີສິນຄ້າ


ລັດເຊຍ:ຂະບວນລົດ ກູ້ຊ່ວຍອອກຈາກຢູແກຼນ ດ້ວຍບັນດາຕູ້ລົດ ບໍ່ມີສິນຄ້າ - ảnh 1

(ພາບ: AFP/ TTXVN)

 (vovworld)- ​ ວັນ​ທີ 23/8, ມົດ​ສະ​ກູ​ຢືນຢັນ​ວ່າ: ຂະ​ບວນລົດ​ຂົນ​ສົ່ງ​ສິນຄ້າ​ຊ່ວຍ​ເຫຼືອ​ມະນຸດສະທຳ ​ໄປ​ຍັງ​ຢູ​ແກຼນ ​ໄດ້​ກັບ​ຄືນ​ລັດ​ເຊຍ ດ້ວຍ​ບັນດາ​ຕູ້​ລົດ​ບໍ່​ມີ​ສິນຄ້າ ພ້ອມ​ທັງ​ປະຕິ​ເສດ​ຄຳ​ກ່າວ​ຜູກ​ໂທດ​ຂອງກີ​ແອບ ວ່າ: ບັນດາ​ລົດ​ດັ່ງກ່າວ​ໄດ້​ຂົນ​ສົ່ງ​ສິນຄ້າ​ກັບ​ເມືອ​ລັດ​ເຊຍ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Alechxander Drobyshevsky ​ໂຄສົກ​ກະຊວງ​ສະພາບ​ສຸກ​ເສິນ​ລັດ​ເຊຍ ​ເນັ້ນໜັກ​ວ່າ: ບັນດາ​ນັກ​ຂ່າວ​ທີ່​ເກີດ​ເຫດ, ນັບ​ທັງ​ບັນດາ​ນັກ​ຂ່າວ​ເຮັດ​ວຽກ​ໃຫ້​ບັນດາ​ອົງການ​ສື່​ມວນ​ຊົນ​ຕ່າງປະ​ເທດ​ລ້ວນ​ແຕ່​ສາມາດ​ຍົກ​ອອກ​ຄຳ​ສະຫລຸບ​ວ່າ: ລົດ​ທຸກ​ຄັນ​ນີ້​ບໍ່​ມີ​ສິນຄ້າ​ຫຍັງ.

  ກ່ອນ​ໜ້ານັ້ນ, ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ໃນ​ວັນ​ດຽວ​ກັນ, ທ່ານ Andrei Lysenko ​ໂຄສົກ​ສະພາປ້ອງ​ກັນຊາ​ດ, ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດຢູ​ແກຼນ ​ໃຫ້​ຮູ້​ວ່າ: ກຳລັງ​ປ້ອງ​ກັນຊາ​ຍ​ແດນ ​ແລະ ພາສີ​ຢູ​ແກຼນ ບໍ່​ໄດ້​ກວດກາ​ຂະ​ບວນລົດ​ດັ່ງກ່າວ. ຕາມ​ທ່ານ​ຜູ້​ນີ້​ແລ້ວ, ບັນດາ​ລົດ​ຂອງ​ລັດ​ເຊຍ ພວມ​ຂົນ​ສົ່ງ​ເຄື່ອງ​ອຸປະກອນ​ຂອງ​ບໍລິສັດ​ຢູ​ແກຼນ ຜະລິດ rada Pantsir ທັນ​ສະ​ໄໝ./.

ຂ່າວ/ບົດ​ອື່ນ