ລັດເຊຍຊົມເຊີຍເລື່ອງ ສປປ ເກົາຫຼີກຽມພ້ອມ ເຂົ້າຮ່ວມການເຈລະຈາ 6 ຝ່າຍ

ລັດເຊຍຊົມເຊີຍເລື່ອງ ສປປ ເກົາຫຼີກຽມພ້ອມ ເຂົ້າຮ່ວມການເຈລະຈາ 6 ຝ່າຍ - ảnh 1
ການ​ພົບ​ປະ​ຂອງ​ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ​
ແລະ ທູດ​ພິ​ເສດ​ຂອງ​ການ​ນຳ ສປປ​ເກົາຫຼີ
(ພາບ: NEWS.CN)

(vovworld) – ວັນ​ທີ 24/5, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki-moon ຊົມ​ເຊີຍ​ຄວາມ​ມານະ​ພະ​ຍາ​ຍາມ​ຂອງ​ຈີນ​ໃນ​ການ​ຊຸກຍູ້​ການ​ປອດ​ນິວຄະ​ເລຍ​ໃນ​​ແຫຼມ​ເກົາຫຼີ, ພ້ອມ​ທັງ​ຖື​ວ່າ, ການ​ພົບ​ປະ​ຂອງ​ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ​ແລະ ທູດ​ພິ​ເສດ​ຂອງ​ການ​ນຳ ສປປ​ເກົາຫຼີ, ຮອງ​ຈອມພົນ Choe Ryong – hae, ຢູ່​ປັກ​ກິ​ງ ​ໄດ້​ສ້າງ​ເປັນ​ກຳລັງ​ໜູນທີ່​ຕັ້ງໜ້າ.

​ໃນ​ຂະນະ​ນັ້ນ, ທູດ​ພິ​ເສດ​ຂອງ​ສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ບັນຫາ ​ເກົາຫຼີ, ທ່ານ Grigory Logvinov ​ໃຫ້​ຮູ້​ວ່າ ພຽງ​ຢາງ​ຖະ​ແຫຼ​ງ​ໄດ້​ກຽມພ້ອມ ​ແລະ ປາຖະໜາຢາກ​ກັບ​ຄືນ​ສູ່​ການ​ເຈລະຈາ, ນີ້​ແມ່ນ​ສັນຍານ​ທີ່​ກ້າວໜ້າ. ກ່ອນ​ໜ້າ​ນັ້ນ, ​​ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ກັບປະທານ​ປະ​ເທດ​ຈີນ ສື​ຈິນຜິ​ງ ​ ຢູ່​ປັກ​ກິ​ງ, ທູດ​ພິ​ເສດ​ Choe Ryong – hae ​ໄດ້​ຢັ້ງຢືນ​ຄວາມ​ປາຖະໜາ​ຢ່າງ​ຈິງ​ໃຈ​ຂອງ ສປປ​ເກົາຫຼີ ​ແມ່ນ​ສ້າງ​ບັນຍາກາດ​ແຫ່ງ​ການ​ພົວພັນ​ຕ່າງປະ​ເທດ​ຢ່າງ​ສັນຕິ ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ພຽງ​ຢາງ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ ​ເພື່ອ​ແນ​ໃສ່​ແກ້​ໄຂ​ທຸກ​ບັນຫາ​ຢ່າງ​ສົມ​ເຫດ​ສົມ​ຜົນ ຜ່ານ​ການ​ເຈລະຈາ ​ແລະ ທາ​ບທາມ, ​ໃນ​ນັ້ນ​ມີ​ການ​ເຈລະຈາ 6 ຝ່າຍ ກໍ່​ຄື​ການ​ປະຕິບັດ​ບັນດາ​ມາດ​ຕະການ​ທີ່​ຕັ້ງໜ້າ ​ເພື່ອ​ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ແຫຼມ​ເກົາຫຼີ.

ຂ່າວ/ບົດ​ອື່ນ