ລັດເຊຍ,ຕວກກີຊອກຫາວິທີການເຊື່ອມຕໍ່ການພົວພັນ2ຝ່າຍຄືນໃໝ່

ລັດເຊຍ,ຕວກກີຊອກຫາວິທີການເຊື່ອມຕໍ່ການພົວພັນ2ຝ່າຍຄືນໃໝ່ - ảnh 1
ການນຳ ລັດເຊຍ ແລະ ຕວກກີ ພົບປະກ່ອນທີ່ດຳເນີນກອງປະຊຸມ ຈີ20

(vovworld) – ຕອນ​ຄຳ່​ວັນ​ທີ 3/9, ພາຍຫຼັງ​ໄປ​ຮອດ ຮາງ​ເຈົາ ກະກຽມ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​​ແຖວ​ໜ້າ​ຂອງ​ໂລກ (ຈີ 20), ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ມີ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງ ຕວກກີ Tayyip Erdogan. ທີ່​ການ​ພົບ​ປະ, ທ່ານ​ປະທານາທິບໍດີ Putin ​ໄດ້​ສະ​ແດງຄວາມ​ເຊື່ອ​ໝັ້ນ ອາກາຣາ ຈະ​ສ້າງສະພາບ​ການ​ພາຍ​ໃນ​ປະ​ເທດ​ເປັນ​ປົກກະຕິ, ຈາກ​ນັ້ນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ລັດ​ເຊຍ ​ແລະ ຕວກກີ. ຕາມ​ທ່ານ​ປະທານາທິບໍດີ Putin ​ແລ້ວ, ບັນດາ​ສັນຍາ​ກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ດ້ານ​ການ​ເມືອງ​ເປັນ​ປົກກະຕິ​ຢູ່ຕວກກີ ​ແມ່ນ​ເປັນ​ໜ້າຊື່ນ​ຊົມ. ທ່ານ​ຢັ້ງຢືນ​ຢ່າງ​ແນ່​ວ​ແນ່​ວ່າ ອານ​ກາ​ຣາ ​ໄດ້ ​ແລະ ພວມ​ບັນລຸ​ໄດ້​ຄວາມ​ຄືບ​ໜ້າ ​ແລະ ຈະ​ປະຕິບັດ​ສຳ​ເລັດ​ວຽກງານ​ສ້າງ​ກາ​ນພົວພັນ​ພາຍ​ໃນ​ປະ​ເທດ​ເປັນ​ປົກກະຕິ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ປະທາ​ນາ​ທິບໍດີ ລັດ​ເຊຍ ກໍ​ຢັ້ງຢືນ​ວ່າ ​ເລື່ອງ​ສ້າງ​ຕັ້ງ​ການ​ພົວພັນ 2 ຝ່າຍ ຍັງ​ມີ​ຫຼາຍ​ວຽກ​ງານທີ່​ຈະ​ຕ້ອງ​ເຮັດຢູ່.


ຂ່າວ/ບົດ​ອື່ນ